ງານການກຸສົນ Seed to Society

20 ພຶດສະພາ 2026

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ຈັດງານການກຸສົນ ເພື່ອສ້າງອະນາຄົດໃຫ້ເດັກນ້ອຍ ກໍາພ້າ, ກໍາພອຍ ແລະ ເດັກນ້ອຍທີ່ມີຄວາມສ່ຽງ ທີ່ຈະສູນເສຍຄອບຄົວ

ວັນທີ 20 ພຶດສະພາ 2026     ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ພາຍໃຕ້ການຊີ້ນໍາ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄືຄະນະກໍາມະການຄ້ມຄອງໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ,  ໄດ້ຈັດງານການກຸສົນເພື່ອລະດົມທຶນ ສຳລັບການລ້ຽງດູເດັກນ້ອຍດ້ອຍໂອກາດ ຂອງໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ.

ງານດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ປ້າ ນາລີ ສີສຸລິດ ພັນລະຍາປະທານປະເທດ,  ປະທານກິດຕິມະສັກ ຄະນະກໍາມະການຄຸ້ມຄອງໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກຳມະການ ຄຸ້ມຄອງໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ. ນອກນີ້ ຍັງມີບັນດາທ່ານຄະນະລັດຖະມົນຕີ, ຫົວໜ້າກົມ, ຜູ້ອຳນວຍການ, ນັກທຸລະກິດ, ຕະຫຼອດຮອດ ຜູ້ປະກອບການຈາກພາກເອກະຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ການຮ່ວມແຮງຮ່ວມໃຈຈາກທຸກພາກສ່ວນໃນຄັ້ງນີ້ ຖືເປັນພະລັງສຳຄັນໃນການຂັບເຄື່ອນວຽກງານການດູແລເດັກ ນ້ອຍຂອງໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວຂອງພວກເຮົາ.ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ໄດ້ດຳເນີນງານໃນ ສປປ ລາວ ຕັ້ງແຕ່ປີ 1993. ປັດຈຸບັນ ມີບ້ານຊ່ວຍເຫຼືອເດັັກນ້ອຍເອັສໂອເອັສ  6 ແຫ່ງ ຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຊຽງຂວາງ, ຫົວພັນ/ຊຳເໜືອ, ສະຫວັນນະເຂດ ແລະ ປາກເຊ ໂດຍໃຫ້ການດູແລເດັກນ້ອຍຫຼາຍກວ່າ 700 ຄົນ ພາຍໃຕ້ຮູບແບບຄອບຄົວທີ່ອົບອຸ່ນ ແລະ ປອດໄພ.

ນອກນັ້ນ, ຍັງໄດ້ຈັດຕັ້ງປະຕິບັດໂຄງການສ້າງອາຊີບ- ສ້າງອະນາຄົດ/ Skills 4work 2023-2026, ໂຄງການສົ່ງເສີມ ການສຶກສາໄວໜຸ່ມ (ທືນສະໜັບສະໜນູນຈາກ SOS Norway) 2021-2025, ໂຄງການສ້າງຄວາມເຂັ້ມແຂງ ໃຫ້ກັບຄອບຄົວ 2025-2027 ຢູ່ 3 ເມືອງເປົ້າໝາຍ (ສັງທອງ, ໄຊທານີ ແລະ ນາຊາຍທອງ ນະຄອນຫຼວງວຽງຈັນ.

ຈຸດປະສົງຂອງການຈັດງານໃນຄັ້ງນີ້ ແມ່ນເພື່ອລະດົມທຶນເຂົ້າໃນການລ້ຽງດູເດັກນ້ອຍພາຍໃນໂຄງການ ໂດຍລາຍຮັບທີ່ໄດ້ຈາກງານ ຈະຖືກນຳໄປໃຊ້ໂດຍກົງໃນຄ່າອາຫານ, ຄ່າຮຽນ, ຄ່າຮັກສາສຸຂະພາບ, ຄ່າເຄື່ອງໃຊ້ຈຳເປັນ ແລະ ການດູແລຄຸນນະພາບຊີວິດຂອງນ້ອງໆໃຫ້ດີຂຶ້ນ.

ໃນງານ ທ່ານ  ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານຄະນະກໍາມະການຄຸ້ມໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ໄດ້ກ່າວວ່າ: “ ເດັກນ້ອຍ ແມ່ນອະນາຄົດ ແລະ ເປັນຊັບພະຍາກອນທີ່ລໍ້າຄ່າທີ່ສຸດຂອງປະເທດຊາດ. ຖ້າເດັກນ້ອຍໃນມື້ນີ້ໄດ້ຮັບການເບິ່ງແຍງທີ່ດີ, ພວກເຂົາກໍຈະເຕີບໃຫຍ່ເປັນພົນລະເມືອງທີ່ມີຄຸນນະພາບ ແລະ ເປັນກຳລັງຫຼັກໃນການສ້າງສາພັດທະນາບ້ານເມືອງ”

ນອກຈາກນັ້ນ ທ່ານປະທານຍັງໄດ້ເວົ້າເນັ້ນເຖິງຄວາມສຳຄັນຂອງ ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ການມີສ່ວນຮ່ວມຈາກຫຼາຍພາກສ່ວນ ຈະຊ່ວຍເສີມສ້າງຄວາມເຂັ້ມແຂງແກ່ວຽກງານປົກປ້ອງ ແລະ ຊ່ວຍເຫຼືອເດັກ ແລະ ຮັບປະກັນສິດຜົນປະໂຫຍດສູງສຸດຂອງເດັກໃຫ້ສອດຄ່ອງຕາມສົນທິສັນຍາວ່າດ້ວຍສິດທິເດັກ, ນະໂຍບາຍຂອງພັກ-ລັດ ກ່ຽວກັບວຽກງານ ປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ໃນ ສປປລາວ.

ສອບຖາມຂໍ້ມູນ້ພີ່ຕື່ມໄດ້ທີເບີ: ໜ່ວຍງານພັດທະນາທຶນ ແລະ ການ ສື່ສານ
Fund Development & Communications (FDC)
ນ. ພອນສະຫັວນ ສີວິໄລ, ຫົວໜ້າໜ່ວຍງານ FDC
ມືຖື: 02055471224

ສະຖານທີ່: ຫ້ອງການປະສານງານ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ
ຮ່ອມ2, ບ້ານ ສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ລາວ, ຕູ້ໄປສະນີ: 3503
ໂທ/ ວອດແອບຫ້ອງການ: +856-20-54183716