ຜົນງານຂອງພວກເຮົາ

ທຸກສິ່ງທີ່ພວກເຮົາເຮັດ ມີເປົ້າໝາຍເພື່ອໃຫ້ເດັກ ແລະ ຊາວໜຸ່ມທີ່ຂາດການດູແລຈາກພໍ່ແມ່ ຫຼື ຜູ້ທີ່ມີຄວາມສ່ຽງທີ່ຈະສູນສູນເສຍການດູແລຈາກຜູ້ປົກຄອງ ໄດ້ເຕີບໃຫຍ່ຂຶ້ນພ້ອມກັບສາຍສຳພັນທີ່ຮັກແພງ ແລະ ອົບອຸ່ນ ເພື່ອໃຫ້ພວກເຂົາສາມາດພັດທະນາສັກກະຍະພາບຂອງຕົນເອງໄດ້ຢ່າງເຕັມທີ່. ພວກເຮົາເຮັດວຽກຮ່ວມກັບເດັກ, ໄວໜຸ່ມ ແລະ ຄອບຄົວ ໃນ 6 ແຂວງທົ່ວປະເທດ ໂດຍໃຫ້ການບໍລິການການເບີ່ງແຍງລ້ຽງດູທີ່ເໝາະສົມກັບຄວາມຕ້ອງການຂອງແຕ່ລະບຸກຄົນ ແລະ ຊຸມຊົນ. ພວກເຮົາຮ່ວມມືກັບລັດຖະບານ, ອົງການຈັດຕັ້ງສັງຄົມ, ພາກທຸລະກິດ, ບຸກຄົນ ແລະ ສະຖາບັນຕ່າງໆ ເພື່ອສ້າງຜົນກະທົບໃນທາງບວກໃຫ້ໄດ້ຫຼາຍທີ່ສຸດ.