ໂຄງການ

ສະໜັບສະໜູນເດັກນ້ອຍ

ເດັກນ້ອຍຄວນເຕີບໃຫຍ່ຢູ່ໃນຄອບຄົວທີ່ມີຄວາມຮັກ ແລະ ເຕີບໃຫຍ່ໃຫ້ເປັນໂຕຂອງຕົວເອງທີ່ເຂັ້ມແຂງທີ່ສຸດ. ພວກເຮົາໃນບ້ານເດັກ SOS ລາວເຮັດວຽກເພື່ອສະໜັບສະໜູນເດັກນ້ອຍ ແລະ ຄອບຄົວທີ່ຕ້ອງການຄວາມຊ່ວຍເຫຼືອ.

ການລ້ຽງ​ດູແບບຄອບຄົວ

ພວກເຮົາຊ່ວຍເດັກນ້ອຍທີ່ບໍ່ໄດ້ຮັບການລ້ຽງດູຈາກພໍ່ແມ່ໄດ້ມີໂອກາດທີ່ຈະເຕີບໃຫຍ່ໃນຄອບຄົວທີ່ມີແມ່, ອ້າຍເອື້ອຍນ້ອງ ແລະ ຊຸມຊົນ. ພວກເຮົາໃຫ້ການດູແລລ້ຽງ​ດູໄລຍະຍາວແກ່ເດັກນ້ອຍ, ມອບໂອກາດການສຶກສາ, ສ້າງທັກສະຊີວິດໃຫ້ພວກເຂົາ ແລະ ຊ່ວຍໃຫ້ພວກເຂົາສາມາດເປັນສະມາຊິກທີ່ມີສ່ວນຮ່ວມໃນສັງຄົມ. ນອກນັ້ນ, ພວກເຮົາຍັງສົ່ງເສີມໃຫ້ເດັກນ້ອຍພັດທະນາສາຍ​ສຳພັນທີ່ໝັ້ນຄົງ ແລະ ມີຄວາມຮັກພາຍໃນຄອບຄົວ ແລະ ຊຸມຊົນຂອງເຂົາ.

ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວ​

ຄອບຄົວເດີມແມ່ນບ່ອນທີ່ດີທີ່ສຸດສຳລັບການເຕີບໃຫຍ່ຂອງເດັກນ້ອຍ. ສະນັ້ນ, ພວກເຮົາຈຶ່ງສົ່ງເສີມໃຫ້ບັນດາຄອບຄົວທີ່ດ້ອຍ​ໂອ​ກາດ​ໄດ້ຢູ່ຮ່ວມກັນຜ່ານການຊ່ວຍເຫຼືອຂອງໂຄງການ “ສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວ” ຂອງພວກເຮົາ ຕາມຄວາມເໝາະສົມກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ. ເມື່ອຄອບຄົວແຕກແຍກ ແລະ ບໍ່ສາມາດສະໜອງການລ້ຽງດູທີ່ມີຄຸນນະພາບໃຫ້ກັບລູກຂອງພວກເຂົາ, ພວກເຮົາຈະຄົ້ນຫາທາງເລືອກໃນການດູແລທີ່ເໝາະສົມທີ່ສຸດໃຫ້ແກ່ເດັກນ້ອຍເຫຼົ່ານັ້ນ. ພວກເຮົາຮ່ວມມືກັບພາກລັດ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ການເຂົ້າເຖິງລະບົບການດູແລສຸຂະພາບ ແລະ ການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ ເພື່ອສົ່ງເສີມເດັກນ້ອຍ ແລະ ຄອບຄົວໃຫ້ເພິ່ງພາຕົນເອງໄດ້. ພວກເຮົາໃຫ້ການຝຶກອົບຮົມໃນດ້ານທີ່ມີຄວາມຈຳເປັນ ທີ່ຈະສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວ ເພື່ອຊ່ວຍພວກເຂົາສ້າງລາຍໄດ້ ແລະ ໃຫ້ການດູແລເດັກທີ່ດີກວ່າເກົ່າ. ບາງກໍລະນີທີ່ເດັກນ້ອຍຖືກແຍກຕົວອອກຈາກຄອບຄົວ, ພວກເຮົາຈະໃຫ້ການປົກປ້ອງແກ່ພວກເຂົາ. ພວກເຮົາສະໜັບສະໜູນການກັບມາຢູ່ນຳກັນຂອງຄອບຄົວຢ່າງຈິງຈັງ ແລະ ພວກເຮົາຍັງຊ່ວຍຄອບຄົວໃຫ້ເອົາຊະນະ ຂ້າມຜ່ານຄວາມເຈັບປວດທາງຈິດໃຈ ເພື່ອສ້າງຊີວິດຂອງພວກເຂົາຄືນໃໝ່. ສຳລັບເດັກນ້ອຍທີ່ບໍ່ສາມາດກັບຄືນສູ່ຄອບຄົວຂອງເຂົາໄດ້, ພວກເຮົາຈະເຮັດວຽກຮ່ວມກັບ​ອຳ​ນ​າດ​ການ​ປົກ​ຄອງເພື່ອຊອກຫາທາງເລືອກໃນການລ້ຽງດູທີ່ເໝາະສົມ.

ໂຄງການສົ່ງ​ເສີມ​ເຍົາ​ວະ​ຊົນ​ຍິງ

SGH ແມ່ນໂຄງການສົ່ງເສີມການສຶກສາຂອງເຍົາວະຊົນຍິງຈາກຄອບຄົວທີ່ທຸກຍາກ ແລະ ດ້ອຍໂອກາດ, ເຊິ່ງອາດຈະມີຄວາມສ່ຽງທີ່ຈະອອກໂຮງຮຽນ ແລະ ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ຜ່ານໂຄງການດັ່ງກ່າວ, ເຍົາວະຊົນຍິງເຫຼົ່ານີ້ໄດ້ຮັບການສະໜັບສະໜູນເພື່ອສືບຕໍ່ການຮຽນຂອງພວກເຂົາທີ່ໂຮງຮຽນ ເອັສໂອເອັສ ເຮີແມນ ມາຍເນີ, ໄດ້ຮັບການຝຶກອົບຮົມທັກສະຊີວິດ ແລະ ການຝຶກອົບຮົມວິຊາຊີບພື້ນຖານ ເພື່ອເພີ່ມໂອກາດໃນການຖືກຈ້າງງານໃຫ້ພວກເຂົາ.

ໂຄງ​ການ​ພັດ​ທະ​ນາ​ໄວ​ໜຸ່ມ

ໂຄງການນີ້ແມ່ນການສືບຕໍ່ຮູບແບບຂອງບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ໂດຍປັບປ່ຽນໃຫ້ເຂົ້າກັບຄວາມຕ້ອງການຂອງໄວໜຸ່ມ. ເຮົາໄດ້ໃຫ້ໂອກາດເຍົາວະຊົນຊາຍໄດ້ລອງໃຊ້ຊີວິດແບບເພິ່ງພາຕົນເອງ. ຈຸດປະສົງຕົ້ນຕໍແມ່ນເພື່ອຊ່ວຍເຫຼືອ ແລະ ນໍາພາເຍົາວະຊົນຊາຍໃນການກະກຽມເຂົ້າສູ່ສັງຄົມ ໂດຍການໃຫ້ພວກເຂົາໄດ້ຮັບການສຶກສາຊັ້ນສູງ ແລະ ການຝຶກທັກສະການໃຊ້ຊີວິດຕົວຈິງ.

ສະໜັບສະໜູນ ສິດທິເດັກ

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ເຮັດວຽກໂດຍອີງໃສ່ສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍສິດທິຂອງເດັກ (UNCRC), ຄຳແນະນຳຂອງອົງການສະຫະປະຊາຊາດເພື່ອການລ້ຽງ​ດູ​ເດັກໃນ​ແບບທາງເລືອກ​ໃນ​ການ​ລ້ຽງ​ດູ (UNGL) ແລະ ມະຕິຂອງສະຫະປະຊາຊາດໂດຍສຸມໃສ່ເດັກນ້ອຍທີ່ບໍ່ໄດ້​ຮັບມີການເບິ່ງແຍງ​ລ້ຽງ​ດູ​ຈາກພໍ່ແມ່ (UN Resolution). ມັນແມ່ນບຸລິມະສິດຂອງພວກເຮົາທີ່ຈະລວມເອົາກອບວຽກຂອງສິດທິເດັກເຫຼົ່ານີ້ເຂົ້າໃນການບໍລິການທາງເລືອກໃນການລ້ຽງດູເດັກ ແລະ ສົ່ງເສີມສິດທິຂອງເດັກນ້ອຍໃນທຸກໆຂົງເຂດວຽກງານຂອງພວກເຮົາ. ພວກເຮົາສົ່ງເສີມທາງເລືອກໃນການລ້ຽງດູເດັກນ້ອຍທີ່ມີຄຸນນະພາບ, ພ້ອມທັງສະໜັບສະໜູນການປ້ອງກັນການແຍກເດັກນ້ອຍອອກຈາກຄອບຄົວໂດຍບໍ່ຈຳເປັນ. ພວກເຮົາຮ່ວມມືກັບອຳນາດການປົກຄອງຂອງລັດຖະບານ ແລະ ອົງການຈັດຕັ້ງທີ່ມີຈິດໃຈທີ່ຄ້າຍຄືກັນ ເພື່ອສົ່ງເສີມສິດທິຂອງເດັກນ້ອຍ, ໂດຍສະເພາະແມ່ນສິດທິທີ່ຈະເຕີບໃຫຍ່ໃນຄອບຄົວທີ່ມີສະພາບແວດລ້ອມທີ່ປອດໄພ ທີ່ຈະຊ່ວຍໃຫ້ເດັກນັ້ນຮັບຮູ້ເຖິງຄວາມສາມາດສູງສຸດຂອງພວກເຂົາ ແລະ ກາຍເປັນບຸກຄະລາກອນທີ່ມີຄຸນນະພາບຂອງສັງຄົມ.

ການປົກປ້ອງເດັກ

ພວກເຮົາຊ່ວຍໃຫ້ເດັກນ້ອຍ ແລະ ໄວໜຸ່ມໄດ້ຮັບຮູ້ກ່ຽວກັບບົດບາດ, ສິດທິ ແລະ ຄວາມຮັບຜິດຊອບຂອງພວກເຂົາໃນການຢຸດການໃຊ້ຄວາມຮຸນແຮງຕໍ່ເດັກ. ໂຄງການຂອງພວກເຮົາໄດ້ຈັດຕັ້ງຄະນະປົກປ້ອງເດັກໃນລະດັບປະເທດ ແລະ ທ້ອງຖິ່ນ. ນອກນັ້ນ, ພະນັກງານທຸກຄົນຕ້ອງໄດ້ຜ່ານການຝຶກອົບຮົມກ່ຽວກັບວຽກງານສິດທິເດັກ, ວຽກງານປົກປ້ອງເດັກ, ນະໂຍບາຍປົກປ້ອງເດັກ ແລະ ວຽກງານສືບສວນສອບສວນ. ພວກເຮົາຍັງມີການລາຍງານປະຈຳເດືອນ ແລະ ປີ ກ່ຽວກັບກໍລະນີຕ່າງໆທີ່ກ່ຽວຂ້ອງກັບການປົກປ້ອງເດັກ. ພວກເຮົາມີບົດລາຍງານ ແລະ ກົນໄກການ​ແກ້​ໄຂທີ່ເຂັ້ມແຂງໃນ​ການຮັບມືກັບກໍລະນີກ່ຽວກັບບັນຫາທີ່ເກີດຂື້ນກັບເດັກ.

ສົ່ງເສີມການສຶກສາ

ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ເປີດໂຮງຮຽນອະນຸບານ 6 ແຫ່ງ ແລະ ໂຮງຮຽນ ປະ​ຖົມ​-ມັດທະຍົມ 5 ແຫ່ງ ເພື່ອໃຫ້ການສຶກສາທີ່ມີຄຸນນະພາບແກ່ເດັກນ້ອຍຂອງພວກເຮົາ ແລະ ເດັກນ້ອຍຈາກຊຸມຊົນອ້ອມຂ້າງ. ໂຮງຮຽນທຸກແຫ່ງມີພະນັກງານ ແລະ ຄູອາຈານທີ່ໄດ້ຮັບການຝຶກອົບຮົມເປັນຢ່າງດີ ແລະ ປະຕິບັດຕາມຫຼັກສູດທີ່ວາງອອກໂດຍກະຊວງສຶກສາທິການ ແລະ ກິລາ.