ບ້ານພວກເຮົາ

ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ວຽງຈັນ

ບ້ານເດັກນ້ອຍ ເອັສໂອເອັສ ວຽງຈັນ ຕັ້ງຢູ່ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຖະໜົນໄກສອນ.

ບ້ານເດັກນ້ອຍ ເອັສໂອເອັສ ວຽງຈັນ ເປັນບ້ານທຳອິດທີ່ສ້າງຕັ້ງຂຶ້ນໃນ 6 ສະຖານທີ່. ບ້ານດັ່ງກ່າວໄດ້ຖືກສ້າງຂຶ້ນໃນປີ 1993 ແລະ ໄດ້ເປີດຢ່າງເປັນທາງການໃນວັນທີ 26 ທັນວາ 1995 ມີເນື້ອທີ່ທັງຫມົດ 2,033 ຕາແມັດ.

ບ້ານປະກອບມີ 21 ອາຄານ ມີ ໂຮງຮຽນອະນຸບານ, ຫ້ອງການ, ອາຄານທີ່ພັກຂອງນ້າສາວ, ຜູ້ອໍານວຍການບ້ານ, ນາຍຊ່າງ, ເຮືອນຮັບແຂກ, ເຮືອນສໍາລັບ ແມ່ ແລະ ເດັກໃນຄອບຄົວ ເອັສໂອເອັສ 14 ຫຼັງ.

ປັດຈຸ​ບັນ, ​ມີ​ເດັກ​ນ້ອຍ 78 ຄົນໃນໝູ່ບ້ານວຽງຈັນ, ມີ​ເດັກ​ຊາຍ 13 ຄົນ​ຢູ່​ໃນ​ບ້ານເຍົາວະຊົນ​ຊາຍ, ​ແລະ ​ໄວ​ໜຸ່ມ 53 ຄົນທີ່ກໍາລັງ​ຮຽນ​​ອາຊີວະ​ສຶກສາ ​ແລະ ສະຖາບັນການ​ສຶກສາອື່ນໆ.

ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ປາກເຊ

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ປາກເຊ ຕັ້ງຢູ່ພາກໃຕ້ຂອງ ສປປ ລາວ. ຫ້ອງການຕັ້ງຢູ່ບ້ານຫ້ວຍຍາງ ເມືອງປາກເຊ ແຂວງຈໍາປາສັກ. ບ້ານຊ່ວຍເຫຼຶອເດັກນ້ອຍ ເອັສໂອເອັສ ປາກເຊ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 26 ທັນວາ 1995 ແລະ ໄດ້ເປີດຢ່າງເປັນທາງການໃນວັນທີ 20 ມັງກອນ 1998 ມີເນື້ອທີ່ທັງໝົດ 3,785 ຕາແມັດ.

ໃນໝູ່ບ້ານປະກອບມີ 21 ອາຄານ, ໃນນັ້ນມີ ໂຮງຮຽນອະນຸບານ, ຫ້ອງການ, ອາຄານທີ່ພັກຂອງນ້າສາວ, ຜູ້ອໍານວຍການບ້ານ, ນາຍຊ່າງ, ເຮືອນຮັບແຂກ  ແມ່ອອກບໍານານ ແລະ  ເຮືອນສໍາລັບ ແມ່ ແລະ ເດັກໃນຄອບຄົວ ເອັສໂອເອັສ 14 ຫຼັງ.

ປັດຈຸບັນ, ມີເດັກນ້ອຍໃນໝູ່ບ້ານປາກເຊ 91 ຄົນ, ມີ 20 ຄົນຢູ່ໃນບ້ານເຍົາວະຊົນຊາຍ ແລະ ໄວໜຸ່ມ 25 ຄົນທີ່ກໍາລັງຮຽນອາຊີວະສຶກສາ ແລະ ສະຖາບັນການສຶກສາອື່ນໆ.

ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ຊຽງຂວາງ

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຊຽງຂວາງ ຕັ້ງຢູ່ພາກເໜືອຂອງ ສປປ ລາວ. ຫ້ອງການຕັ້ງຢູ່ບ້ານນ້ຳງື່ມ, ເມືອງແປກ, ແຂວງຊຽງຂວາງ. ບ້ານເດັກນ້ອຍ ເອັສໂອເອັສ ຊຽງຂວາງ ໄດ້ສ້າງຕັ້ງຂຶ້ນໃນວັນທີ 8 ກໍລະກົດ 1998 ແລະ ໄດ້ເປີດຢ່າງເປັນທາງການໃນວັນທີ 31 ມັງກອນ 2000 ມີເນື້ອທີ່ທັງໝົດ 25,463 ຕາແມັດ.

ໃນໝູ່ບ້ານປະກອບມີ 19 ອາຄານ, ໃນນັ້ນມີ ໂຮງຮຽນອະນຸບານ, ຫ້ອງການ, ອາຄານທີ່ພັກຂອງນ້າສາວ, ຜູ້ອໍານວຍການບ້ານ, ໂຮງຈອດລົດ, ເຮືອນຮັບແຂກ   ແລະ  ເຮືອນສໍາລັບ ແມ່ ແລະ ເດັກໃນຄອບຄົວ ເອັສໂອເອັສ ມີ 12 ຫຼັງ.

ປັດຈຸບັນ, ມີເດັກນ້ອຍໃນໝູ່ບ້ານຊຽງຂວາງ  69 ຄົນ, ມີ 19 ຄົນຢູ່ໃນບ້ານເຍົາວະຊົນຊາຍ ແລະ ໄວໜຸ່ມ 46 ຄົນທີ່ກໍາລັງຮຽນອາຊີວະສຶກສາ ແລະ ສະຖາບັນການສຶກສາອື່ນໆ.

ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ຫຼວງພະບາງ

ຕັ້ງຢູ່ພາກເໜືອຂອງ ສປປ ລາວ. ຫ້ອງການຕັ້ງຢູ່ບ້ານ ໂພນສະຫວັນ, ບ້ານ ເລກ 2, ຖະໜົນ ທ່າແຕງສີ, ເມືອງ ຫຼວງພະບາງ, ແຂວງ ນະຄອນຫຼວງພະບາງ.

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຫຼວງພະບາງສ້າງຕັ້ງຂຶ້ນໃນປີ 2000 ແລະ ໄດ້ເປີດຢ່າງເປັນທາງການໃນວັນທີ 17 ມັງກອນ 2002 ມີເນື້ອທີ່ທັງໝົດ 4,508 ຕາແມັດ.

ໃນໝູ່ບ້ານປະກອບມີ 22 ອາຄານ, ໃນນັ້ນມີ ໂຮງຮຽນອະນຸບານ, ຫ້ອງການ, ອາຄານທີ່ພັກຂອງນ້າສາວ, ຜູ້ອໍານວຍການບ້ານ, ໂຮງຈອດລົດ, ເຮືອນຮັບແຂກ   ແລະ  ເຮືອນສໍາລັບ ແມ່ ແລະ ເດັກໃນຄອບຄົວ ເອັສໂອເອັສ ມີ 12 ຫຼັງ.

ປັດຈຸບັນ, ມີເດັກນ້ອຍໃນໝູ່ບ້ານຫຼວງພະບາງ  93 ຄົນ, ມີ 25 ຄົນຢູ່ໃນບ້ານເຍົາວະຊົນຊາຍ, ແລະ ໄວໜຸ່ມ 25 ຄົນທີ່ກໍາລັງຮຽນອາຊີວະສຶກສາ ແລະ ສະຖາບັນການສຶກສາອື່ນໆ.

ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ຊໍາເໜືອ

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຊໍາເໜືອຕັ້ງຢູ່ພາກເໜືອຂອງ ສປປ ລາວ. ຫ້ອງການຕັ້ງຢູ່ບ້ານ ນາລ້ຽວ, ຖະໜົນໜອງຄາງ, ເມືອງຊຳເໜືອ, ແຂວງຫົວພັນ.

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຊໍາເໜືອໄດ້ສ້າງຂຶ້ນໃນວັນທີ 18 ມັງກອນ 2002 ແລະ ໄດ້ເປີດຢ່າງເປັນທາງການໃນວັນທີ 10 ມັງກອນ 2005 ມີເນື້ອທີ່ທັງໝົດ 24,767 ຕາແມັດ.

ໃນໝູ່ບ້ານປະກອບມີ 19 ອາຄານ ໃນນັ້ນມີ ໂຮງຮຽນອະນຸບານ, ຫ້ອງການ, ອາຄານທີ່ພັກຂອງນ້າສາວ, ຜູ້ອໍານວຍການບ້ານ, ໂຮງຈອດລົດ, ເຮືອນຮັບແຂກ   ແລະ  ເຮືອນສໍາລັບ ແມ່ ແລະ ເດັກໃນຄອບຄົວ ເອັສໂອເອັສ ມີ 12 ຫຼັງ.

ປັດຈຸບັນ, ມີເດັກນ້ອຍໃນໝູ່ບ້ານຫຼວງພະບາງ  90 ຄົນ, ມີ 15 ຄົນຢູ່ໃນບ້ານເຍົາວະຊົນຊາຍ, ແລະ ໄວໜຸ່ມ 22 ຄົນທີ່ກໍາລັງຮຽນອາຊີວະສຶກສາ ແລະ ສະຖາບັນການສຶກສາອື່ນໆ.

ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ສະຫັວນນະເຂດ

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ສະຫວັນນະເຂດ ຕັ້ງຢູ່ພາກໃຕ້ຂອງ ສປປ ລາວ. ຫ້ອງການຕັ້ງຢູ່ບ້ານໜອງປື, ເສັ້ນທາງເລກ 9, ເມືອງໄກສອນ, ແຂວງ ສະຫວັນນະເຂດ

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ສະຫວັນນະເຂດ ໄດ້ສ້າງຕັ້ງຂຶ້ນໃນປີ 2007 ແລະ ໄດ້ເປີດຢ່າງເປັນທາງການໃນວັນທີ 10 ທັນວາ 2008 ມີເນື້ອທີ່ທັງໝົດ 27,000 ຕາແມັດ.

ໃນໝູ່ບ້ານປະກອບມີ 22 ອາຄານ ໃນນັ້ນມີ ໂຮງຮຽນອະນຸບານ, ຫ້ອງການ, ອາຄານທີ່ພັກຂອງນ້າສາວ, ຜູ້ອໍານວຍການບ້ານ, ຫ້ອງຄອມພິວເຕີ, ເຮືອນຮັບແຂກ   ແລະ  ເຮືອນສໍາລັບ ແມ່ ແລະ ເດັກໃນຄອບຄົວ ເອັສໂອເອັສ ມີ 15 ຫຼັງ

ປັດຈຸບັນ, ມີເດັກນ້ອຍໃນໝູ່ບ້ານສະຫວັນນະເຂດ  75 ຄົນ, ມີ 17 ຄົນຢູ່ໃນບ້ານເຍົາວະຊົນຊາຍ, ແລະ ໄວໜຸ່ມ 53 ຄົນທີ່ກໍາລັງຮຽນອາຊີວະສຶກສາ ແລະ ສະຖາບັນການສຶກສາອື່ນໆ.