ປະຫວັດຄວາມເປັນມາ

ບ້ານຊ່ວຍເຫຼືອເດັກນ້ອຍ ແຫ່ງທຳອິດຂື້ນປີ 1949 ຢູ່ເມືອງ ອີມຊ໌, ປະເທດ ອ໋ອດສເຕັຍ. ພວກເຮົາໄດ້ອຸທິດຕົນຊ່ວຍເດັກນ້ອຍທີ່ມີຄວາມຕ້ອງການ ຄື ເດັກນ້ອຍທີ່ສູນເສຍຄອບຄົວ, ເຮືອນຊານ ແລະ ຄວາມປອດໄພ ຍ້ອນສົງຄາມໂລກຄັ້ງທີສອງ. ດ້ວຍການສະໜັບສະໜູນ ຜູ້ໃຫ້ທືນ ຫລາຍພາກສ່ວນ ແລະ ຜູ້ຮ່ວມງານ, ອົງການຈັດຕັ້ງຂອງພວກເຮົາຈື່ງໄດ້ເຕີບໂຕ ຂະຫຍາຍຕົວ ມາຊ່ວຍເຫຼືອເດັກນ້ອຍໃນທົ່ວໂລກ. ເລີ່ມຈາກບ້ານເດັກ 1 ແຫ່ງຂະຫຍາຍເປັນ 2 ແຫ່ງ. ມາຮອດປັດຈຸບັນໂຄງການບ້ານຊ່ວຍເຫຼືອເດັກນ້ອຍ SOS ມີຢູ່ທົ່ວໂລກຫຼາຍກວ່າ 130 ປະເທດ ແລະ ປະເທດລາວເຮົາເປັນປະເທດທີ 124.

ເດັກນ້ອຍ

ເດັກນ້ອຍທຸກຄົນລ້ວນແຕ່ມີເອກະລັກ ແລະ ໄດ້​ຮັບ​ການເຄົາລົບນັບ​ຖື

ພວກເຮົາຮັບຮູ້ເຖິງຄວາມສາມາດຂອງເດັກ, ນຳພາ ແລະ ຊ່ວຍໃຫ້ພວກເຂົາກ້າວໄປສູ່ການດຳ​ລົງຊີວິດແບບເພິ່ງພາຕົນເອງໄດ້ ແລະ ເປັນພົນລະເມືອງທີ່ດີ ປະກອບສ່ວນເຂົ້າໃນສັງຄົມຂອງພວກເຮົາ

ຜູ້ລ້ຽງດູ

ເດັກນ້ອຍທຸກຄົນຕ້ອງການ ການລ້ຽງດູ ແລະ ຜູ້ລ້ຽງດູທີ່ໝັ້ນຄົງ

ພວກເຮົາຮັບປະກັນໃຫ້ເດັກນ້ອຍໄດ້​ຮັບ ແລະ ມີ​ຄວາມ​ສຳ​ພັນ​ທີ່​ເດັກສາ​ມາດ​ໄວ້​ເນື້ອ​ເຊື່ອ​ໃຈໄດ້ກັບຜູ້ລ້ຽງດູບົນພື້ນຖານຄວາມຮັກ, ຄວາມເຄົາລົບ ແລະ ຄວາມປອດໄພ

ຄອບຄົວ

ເດັກນ້ອຍທຸກຄົນເຕີບໃຫຍ່ໃນສະພາບແວດລ້ອມທີ່ມີການສົ່ງເສີມຈາກຄອບຄົວ

ພວກເຮົາສົ່ງເສີມໃຫ້ຄອບຄົວໃຫ້ຢູ່ຮ່ວມກັນ. ຖ້າເດັກນ້ອຍບໍ່ສາມາດເຕີບໃຫຍ່ໃນຄອບຄົວ​ເດີມຂອງເຂົາ, ພວກເຮົາສົ່ງເສີມພວກເຂົາສ້າງຄວາມຜູກພັນອັນຍາວນານໃນສະພາບແວດລ້ອມຂອງຄອບຄົວທາງເລືອກ. ພ້ອມດຽວກັນນັ້ນ ຕ້ອງຮັບປະກັນໃຫ້ອ້າຍ-ເອື້ອຍ-ນ້ອງຄີງຂອງພວກເຂົາອາໃສຢູ່ນຳກັນ

ຊຸມຊົນ

ເດັກນ້ອຍທຸກຄົນເປັນສ່ວນໜຶ່ງຂອງຊຸມຊົນທີ່ມີປອດໄພ ແລະ ສົ່ງເສີມເຊິ່ງ​ກັນ​ແລະ​ກັນ

ພວກເຮົາຊ່ວຍເຫຼືອຄອບຄົວໃຫ້ສາມາດພົວພັນກັບຊຸມຊົນຂອງພວກເຂົາ, ແບ່ງປັນປະສົບການ, ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ເຮັດວຽກຮ່ວມກັນເພື່ອສ້າງສະພາບແວດລ້ອມທີ່ດີໃຫ້ກັບເດັກນ້ອຍ ແລະຊາວໜຸ່ມເພື່ອໃຫ້ມີການພັດທະນາ