ວັນທີ 26 – 28 ມິຖຸນາ 2025
ກອງປະຊຸມສະພາບໍລິຫານອົງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ສາກົນ ໄດ້ຈັດຂື້ນໃນລະຫວ່າງວັນທີ 26 – 28 ມິຖຸນາ 2025 ຄັ້ງທີ 23 ທີ່ນະຄອນຫຼວງ ວຽນນາ, ປະເທດ ໂອຕຣິດ. ໃນພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມເປີດກອງປະຊຸມໂດຍທ່ານ ເດເຣເຈ ເວີດໂດຟາ (Dr. Dereje Wordofa), ປະທານ ອົງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ສາກົນ, ຄະນະຜູ້ບໍລິຫານຈາກປະເທດທີ່ໃຫ້ທືນ, ຄະນະຜູ້ບໍລິຫານຈາກແຕ່ລະພາກພື້ນ, ປະທານຄະນະກໍາມະການຄຸ້ມຄອງ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຈາກແຕ່ລະປະເທດທີ່ເປັນສະມາຊິກຂອງອົງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ໃນທົ່ວໂລກ, ລວມ 137 ປະເທດເຂົ້າຮ່ວມ. ໃນນັ້ນ ຄະນະຜູ້ແທນລາວ ນໍາໂດຍ ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະພ້ອມດ້ວຍ ທ່ານ ສິນນະສອນ ນະດອນໄຮ່ ອໍານວຍການໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ກໍໄດ້ເຂົ້າຮ່ວມ.

ໃນລະຫວ່າງດຳເນີນກອງປະຊຸມຄະນະຜູ້ແທນລາວໄດ້ພົບປະໂອ້ລົມກັບ ທ່ານ ວໍແວັກ ໄຄ (Vorwerk Kay) ຜູ້ອຳນວຍການໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ເຢຍລະມັນ ກ່ຽວກັບວຽກງານທີ່ຕິດພັນກັບການປັບປຸງ, ສ້າງຄວາມເຂັ້ມແຂງໃຫ້ຄະນະກໍາມະການຄຸ້ມຄອງໂຄງການ ແລະ ການປົກປ້ອງສິດທິເດັກເປັນຕົ້ນ.


