ແມ່ ທຳມາລາ  ອໍາຄະວົງ

ແມ່ ທຳມາລາ  ອໍາຄະວົງ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ປາກເຊ

ແມ່ ທຳມາລາ  ເປັນໜຶ່ງແມ່ ໃນ ບ້ານ ຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ປາກເຊ ທີ່ໄດ້ອຸທິດເຫື່ອແຮງ ແລະ ຈິດວິນຍານເຂົ້າໃນການລ້ຽງດູເດັກໃນໂຄງການ. ແມ່ ທຳມາລາ ອໍາຄາວົງ ເກີດເມື່ອວັນທີ  06 ທັນວາ 1973 ແລະ ມາເຮັດວຽກຢູ່ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ປາກເຊ ເມື່ອວັນທີ 30 ເມສາ 1997 ເປັນແມ່ຄອບຄົວທີ່ 10 ໂດຍໄດ້ຮັບຂ່າວສານຈາກທາງວິທະຍຸ ແລະ ຊັກຊວນຈາກໝູ່ເເພື່ອນ. ແມ່ ທຳມາລາ ຮຽນຈົບ ສາຂາວິຊາ ຄອມພີວເຕີ ແລະ ເປັນຄົນທີ່ມັກເດັກນ້ອຍ. ແມ່ ທຳມາລາ ເປັນແມ່ ເອັສໂອເອັສ ປີ 1997-2013, ເປັນເວລາ 16 ປີ ທີ່ ແມ່ ທຳມາລາ ໄດ້ອຸທິດເຫື່ອແຮງ, ໃຫ້ຄວາມຮັກ, ຄວາມອົບອຸ່ນ ແລະ ຄວາມຜູກພັນ ໃຫ້ແກ່ ລູກໆຂອງລາວໃນຄອບຄົວ ເອັສໂອເອັສ, ລາວ ລ້ຽງດູລູກ ໄດ້ 3 ລຸ້ນ ກ່ອນ ຕັດສິນໃຈ ໄປສ້າງຄອບຄົວຂອງຕົນ. ຊ່ວງເປັນແມ່ ເອັສໂອເອັສ ແມ່ ທຳມາລາ ເປັນຄົນມີຄວາມຮັບຜິດຊອບສູງ ແລະ ກໍບໍ່ເປັນເລື່ອງແປກເລີຍ ເພາະຜົນລະປູກ ກໍ່ຄືລູກຂອງລາວ  ທີ່ລາວລ້ຽງດູມາ, ເດັກນ້ອຍເຫຼົ່ານັ້ນ ຕ່າງກໍ່ປະສົບຜົນສໍາເລັດໃນຊີວິດ, ມີວຽກເຮັດງານທໍາ ແລະ ເປັນຄົນດີໃນສັງຄົມ.  ມີໜື່ງສິ່ງທີ່ແສນປະທັບໃຈ ແລະ ຫາອັນປຽບບໍ່ໄດ້ ໃນຄວາມເສຍສະຫຼະ ຂອງແມ່ ທຳມາລາ ທີ່ໂຄງການ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ມີຄວາມຊາບຊື້ງ ແລະ ຮັບຮູ້ເຖິງຄວາມເສຍສະຫຼະ ຂອງ ແມ່ທຳມາລາ ໃນຄວາມຮັກແພງ ແລະ ສາຍພົວພັນຂອງລາວທີ່ມີຕໍ່ລູກໆພາຍໃນຄອບຄົວຄື:

ແກ້ວທະວີສັກ ພະພິລາລັກ

ທ້າວ ແກ້ວທະວີສັກ ເປັນໜື່ງໃນລູກຂອງແມ່ ທຳມາລາ ທີ່ໄດ້ໃຫ້ການຊ່ວຍເຫລືອ ບໍ່ພຽງແຕ່ໄດ້ຄວາມຮັກ, ຄວາມອົບອຸ່ນຈາກແມ່ ເທົ່ານັ້ນ, ລາວໄດ້ຮັບການຖ່າຍເລືອດ ຈາກ ແມ່ ທຳມາລາ ເນື່ອງຈາກ ວ່າ ໃນ ປີ 2001 ທ້າວ ແກ້ວທະວີສັກ ມີບັນຫາດ້ານສຸຂະພາບເປັນພະຍາດຂາດເລືອດ  ບວກກັບ ສະຖານະການສຸກເສີນ ການຈັດຫາເລືອດກໍ່ບໍ່ສະດວກໃນໄລຍະນັ້ນ ແລະ ຄວາມເປັນຫ່ວງໃນຊິວິດຂອງລູກ. ແມ່ ທຳມາລາ  ໄດ້ເອົາເລືອດຂອງຕົນເອງອອກ ເພື່ອຊ່ວຍຊິວີດ ລູກຂອງລາວ. ຫລັງຈາກໄດ້ຖ່າຍເລືອດ ດ້ວຍເລືອດຂອງແມ່ ທຳມາລາ ແລະ ການດູແລເອົາໃຈໃສ່ຢ່າງໃກ້ຊິດ ຈຶ່ງເຮັດໃຫ້ ທ້າວ ແກ້ວທະວີສັກ ມີຊີວິດລອດ ແລະ ມີສຸຂະພາບດີຂື້ນ. ປັດຈຸບັນ ທ້າວ ແກ້ວທະວີສັກ ສໍາເລັດການສຶກສາ ແລະ ເປັນຄູສອນ ທີ່ ໂຮງຮຽນ ມັດທະຍົມສຶກສາ ອົງແກ້ວ ເມືອງ ສາລະວັນ, ແຂວງ ສາລະວັນ.

ທ້າວ ແກ້ວທະວີສັກ ກ່າວວ່າ “ຂ້ອຍເປັນຄົນບໍ່ແຂງແຮງມາແຕ່ນ້ອຍ, ແລະ ຂ້ອຍກໍ່ບໍ່ເຄີຍລືມວ່າແມ່ ທໍາມາລາ ຫຼື ແມ່ SOS ໄດ້ຊ່ວຍຊີວິດຂ້ອຍເອົາໄວ້ໂດຍການໃຫ້ເລືອດຂອງລາວເພື່ອຮັກສາຊີວິດຂອງຂ້ອຍເອົາໄວ້. ນີ້ແມ່ນຄວາມຮັກທີ່ຍິ່ງໃຫ່ຍ ທີ່ແມ່ໄດ້ເສຍສະຫຼະ ແລະ ມອບໃຫ້ຂ້ອຍ, ຂ້ອຍບໍ່ມີວັນລືມ”

ມາ​ເປັນ​ສ່ວນ​ໜຶ່ງ​ໃນ​ການມອບ​ໂອ​ກາດ​ໃຫ້​ກັບ​ເດັກ​ນ້ອຍ​ເຫຼົ່າ​ນັ້ນນຳ​ກັນ!