
ນາງ ຟອງສະໝຸດ (ປຸ້ຍ) ເປັນໜຶ່ງໃນເດັກນ້ອຍທີ່ໄດ້ຮັບການເບິ່ງແຍງລ້ຽງດູຈາກ ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ. ປຸ້ຍ ສູນເສີຍພໍ່ແມ່ຕອນທີ່ລາວອາຍຸພຽງ 8 ປີ, ຫຼັງຈາກນັ້ນ ລາວກໍໄດ້ມາອາໄສຢູ່ນຳແມ່ເຖົ້າ. ແຕ່ຍ້ອນບັນຫາສຸຂະພາບ ແລະ ຄວາມທຸກຍາກຂາດເຂີນຈຶ່ງເຮັດໃຫ້ແມ່ເຖົ້າບໍ່ສາມາດລ້ຽງດູເບິ່ງແຍງ ແລະ ສະໜັບສະໜູນການສຶກສາໃຫ້ ປຸ້ຍ ແລະ ນ້ອງສາວຂອງລາວໄດ້. ແມ່ເຖົ້າຈຶ່ງຕັດສິນໃຈ ແລະ ໄດ້ຂໍຄວາມຊ່ວຍເຫຼືອການດູແລເບິ່ງແຍງກັບໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ. ປຸ້ຍໄດ້ເຂົ້າມາໃຊ້ຊີວິດກັບຄອບຄົວເອັສໂອເອັສວຽງຈັນ ເຊີ່ງເປັນໜື່ງໃນ 6 ແຫ່ງຂອງໂຄງການ. ເມື່ອ ປຸ້ຍ ແລະ ນ້ອງຂອງລາວໄດ້ເຂົ້າມາໃນຄອບຄົວເອັສໂອເອັສກໍໄດ້ຮັບຄວາມຮັກ, ຄວາມອົບອຸ່ນ ຈາກແມ່ ເອັສໂອເອັສ. ແມ່ ເອັສໂອເອັສເວົ້າໃຫ້ຟັງວ່າ: ປຸ້ຍ ເປັນເດັກທີ່ສະຫຼາດ, ຮັບຮູ້ໄວ, ນິໄສດີ, ຕັ້ງໃຈຮຽນ, ມີພອນສະຫວັນທາງດ້ານການຂຽນກາບກອນ, ຫຍິບປັກຖັກແສ່ວ ແລະ ມີຫົວຄິດປະດິດສ້າງຫຼາຍດ້ານ.
ນາງ ຟອງສະໝຸດ ແລະ ແມ່ ເອັສໂອເອັສ ໃນງານຮັບປະລິນຍາ
ຫຼັງຈາກຮຽນຈົບຊັ້ນມັດທະຍົມ ແລະ ດ້ວຍຄວາມມຸ່ງໝັ້ນຂອງລາວທີ່ຢາກເປັນຄູ, ລາວຈຶ່ງເສັງເອົາທຶນໄປຕໍ່ ວິທະຍາໄລ ສ້າງຄູບ້ານເກີນ ໄດ້ສຳເລັດ ໃນສາຂາ ວິຊາ ຄູພາສາລາວ. ຫຼັງຈາກນັ້ນ, ລາວກໍໄດ້ ເຊື່ອມຕໍ່ຊັ້ນປະລິນຍາຕີ ຢູ່ມະຫາວິທະຍາໄລ ແຫ່ງຊາດ ໃນສາຂາ ວິຊາ ຄູພາສາລາວ. ຫຼັງຈາກ ໄດ້ຮຽນຈົບ ໃນປີ 2011 ແລ້ວ, ລາວກໍໄດ້ໄປສະໝັກເປັນຄູສອນຢູ່ ໂຮງຮຽນ ຮຸ່ງເຮືອງ ເປັນເວລາ 1 ປີ. ຫຼັງຈາກນັ້ນ ລາວກໍ່ໄດ້ເຂົ້າບັນຈຸເປັນພະນັກງານລັດຖະກອນ ແລະ ເຮັດວຽກຢູ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ, ກ່ຽວກັບການຄົ້ນຄວ້າປຶ້ມແບບຮຽນ ແລະ ແຕ່ງປຶ້ມສອນ. ປັດຈຸບັນ ປຸ້ຍ ເປັນຄູສອນຢູ່ໂຮງຮຽນ ມັດທະຍົມຕອນຕົ້ນ ລາວ-ຫວຽດ.

ປຸ້ຍ ເລົ່າໃຫ້ຟັງວ່າ: “ຂ້ອຍບໍ່ເຄີຍຄິດວ່າຊີວິດຂອງຂ້ອຍຈະໄດ້ຮັບຜົນສຳເລັດເຖິງພຽງນີ້, ຂ້ອຍຮູ້ສຶກພູມໃຈຫຼາຍທີ່ທຸກພາກສ່ວນໃຫ້ໂອກາດເປັນຕົ້ນແມ່ນມີໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ເຮັດໃຫ້ຂ້ອຍໄດ້ຮັບໂອກາດທຸກຢ່າງຄືກັບຄົນອື່ນໆໃນສັງຄົມ. ຂ້ອຍຂໍຂອບໃຈ ແລະ ຂໍຈາລຶກບຸນຄຸນນີ້ໄວ້ຕະຫຼອດໄປ”.
ເລື່ອງລາວຂອງຟອງສະໝຸດ ເປັນເລື່ອງໜຶ່ງຂອງເດັກທີ່ຂາດໂອກາດ ແລະ ໄດ້ຮັບການຊ່ວຍເຫຼືອຈາກໂຄງການຂອງພວກເຮົາ. ຍັງມີເດັກນ້ອຍຫຼາຍກວ່າ 1,000 ຄົນ ທີ່ກຳລັງຖຶກລ້ຽງດູ ແລະ ເຕີບໃຫຍ່ຢູ່ໃນບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ, ພວກເຂົາເຫຼົ່ານີ້ກຳລັງລໍຖ້າການຊ່ວຍເຫຼືອຈາກທ່ານ.

