7 ມີນາ 2026
ແຈ້ງການເຊີນປະມູນ / ໜັງສືເຊີນຍື່ນບົດສະເໜີໂຄງການ ຫາຜູ້ສະໜອງສ້າງພາບລັກອົງກອນ ແລະ ງານລ້ຽງການກຸສົນ ເພື່ອລະດົມທຶນ ສໍາລັບ ໝູ່ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ (SOS Children’s Villages Laos)
ຫ້ອງການປະສານງານ ໝູ່ບ້ານຊ່ວຍເຫຼືອເດັກ SOS ປະຈຳ ສປປ ລາວ, ນະຄອນຫຼວງວຽງຈັນ, ຂໍເຊີນຊວນບັນດາບໍລິສັດຕົວແທນ ທີ່ມີຄຸນສົມບັດ ແລະ ປະສົບການ ໃນດ້ານການຈັດກິດຈະກຳ (Event Management) ແລະ ດ້ານການສື່ສານ ເຂົ້າຍື່ນບົດສະເໜີໂຄງການ ເພື່ອຈັດຕັ້ງປະຕິບັດ ໂຄງການສ້າງພາບລັກອົງກອນ ແລະ ງານລ້ຽງການກຸສົນ ເພື່ອລະດົມທຶນ ຊ່ວຍເຫຼືອ ໝູ່ບ້ານຊ່ວຍເຫຼືອເດັກນ້ອຍ SOS ປະຈຳ ສປປ ລາວ (SOSCVLaos).
ຜູ້ທີ່ໄດ້ຮັບການຄັດເລືອກ ຈະມີໜ້າທີ່ຮັບຜິດຊອບໃນການວາງແຜນ, ພັດທະນາ ແລະ ຈັດຕັ້ງປະຕິບັດ ແຄມເປນສ້າງພາບລັກ ແລະ ສ້າງການຮັບຮູ້ແບບທົ່ວເຖິງ, ລວມທັງການເປັນເຈົ້າການໃນການວາງແຜນ ແລະ ຈັດການງານລ້ຽງການກຸສົນ ເພື່ອລະດົມທຶນ ທີ່ມີຄຸນນະພາບສູງ ແບບຄົບວົງຈອນ.
ຈຸດປະສົງຂອງງານລະດົມທຶນ SOS ແມ່ນເພື່ອ::
- ເພື່ອສະໜັບສະໜູນວຽກງານລະດົມທຶນ ຜ່ານການຈັດງານທີ່ມີຄວາມເປັນມືອາຊີບ ແລະ ມີຄຸນນະພາບສູງ; ແລະ
- ເພື່ອເສີມສ້າງການມີສ່ວນຮ່ວມຂອງຄູ່ຮ່ວມງານ ແລະ ສັງຄົມ ໃຫ້ມີຄວາມໃກ້ຊິດກັບ ອົງການຈັດຕັ້ງໝູ່ບ້ານເດັກ SOS ຫຼາຍຂຶ້ນ.
ຂອບເຂດວຽກງານ ຈະລວມມີ :
- ການສ້າງແນວຄວາມຄິດສ້າງສັນ (Creative Concept) ສໍາລັບແຄມເປນສ້າງພາບລັກ ແລະ ງານລ້ຽງ;
- ການວາງແຜນງານໂດຍລວມ, ການປະສານງານ ແລະ ການບໍລິຫານຈັດການດ້ານໂລຈິສຕິກ (Logistics);
- ການຈັດກິດຈະກຳເພື່ອດຶງດູດ ແລະ ສ້າງການມີສ່ວນຮ່ວມກັບຄູ່ຮ່ວມງານ ແລະ ແຂກທີ່ເຂົ້າຮ່ວມງານ;
- ການສະໜັບສະໜູນດ້ານການສື່ສານ ແລະ ການສ້າງແບຣນ (Branding) ທີ່ກ່ຽວຂ້ອງກັບງານໂດຍສະເພາະ; ແລະ
- ການບໍລິຫານຈັດການ ແລະ ປະສານງານຢູ່ສະຖານທີ່ຈັດງານຕົວຈິງ.
ການຍື່ນບົດສະເໜີໂຄງການ (Submission of Proposals)
ບັນດາບໍລິສັດທີ່ສົນໃຈ ແມ່ນໃຫ້ຍື່ນບົດສະເໜີຂອງຕົນ ຕາມຂໍ້ກຳນົດ ແລະ ເງື່ອນໄຂການປະມູນ ທີ່ສະໜອງໃຫ້ໂດຍ ຫ້ອງການປະສານງານໃຫຍ່ ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ.
ໝາຍເຫດ: ຈະມີພຽງຜູ້ທີ່ຖືກຄັດເລືອກໃນຮອບທຳອິດເທົ່ານັ້ນ ທີ່ຈະໄດ້ຮັບການຕິດຕໍ່ກັບ. ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ຂໍສະຫງວນສິດໃນການຕັດສິນໃຈຮັບເອົາ ຫຼື ປະຕິເສດທຸກບົດສະເໜີ ໂດຍບໍ່ມີພັນທະໃນການຊີ້ແຈງເຫດຜົນໃດໆ.
ກະລຸນາຍື່ນເອກະສານພາຍໃນວັນທີ: 13 ມີນາ 2026
ສະຖານທີ່: ຫ້ອງການປະສານງານ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ
ຮ່ອມ2, ບ້ານ ສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ລາວ, ຕູ້ໄປສະນີ: 3503
ໂທ: +856-21-710544 | ວອດແອັບ: +856-20-54183716 |Email: [email protected]


