3 ທັນວາ 2025

ພິທີ ເປີດໂຄງການຕັ້ງຄ້າຍເຍົາວະຊົນ ແລະ ໄວໜຸ່ມທົ່ວໂຄງການ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ຈັດຂື້ນໃນຕອນບ່າຍຂອງວັນທີ 3 ທັນວາ 2025, ທີ່ໂຮງຮຽນມັດທະຍົມຕອນຕົ້ນ ບ້ານຫົວນາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສິນນະສອນ ນະດອນໄຮ່, ຜູ້ອຳນວຍການ ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສິນລະປະກອນ ພົມມະໄຊສີ, ປະທານຄະນະກຳມະການປົກຄອງ ເມືອງໄຊທານີ, ມີຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພະແນກ, ຫ້ອງການກ່ຽວຂ້ອງ, ອຳນວຍການ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ, ໂຮງຮຽນ, ອົງການປົກຄອງບ້ານ ຕະຫຼອດຮອດຄະນະຮັບຜິດຊອບ, ເຍົາວະຊົນ ແລະ ໄວໜຸ່ມ ຈາກບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ 6 ແຫ່ງເຂົ້າຮ່ວມ.
ຈຸດປະສົງຂອງການຕັ້ງຄ້າຍຄັ້ງນີ້ ເພື່ອໃຫ້ເຍົາວະຊົນ ແລະ ໄວໜຸ່ມ ໄດ້ຮຽນຮູ້ວິຖີການດຳລົງຊີວິດຢູ່ໃນຊຸມຊົນ ທັງເປັນການແລກປ່ຽນບົດຮຽນ, ສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຂອງໂຄງການ ແລະ ເປັນການກະກຽມຄວາມພ້ອມຂອງໄວໜຸ່ມກ່ອນອອກຈາກການລ້ຽງດູຂອງໂຄງການ. ກິດຈະກຳຕັ້ງຄ້າຍຂອງໂຄງການຄັ້ງນີ້ ມີຫຼາກຫຼາຍກິດຈະກຳເຊັ່ນ: ການແລກປ່ຽນບົດຮຽນວິຖີດຳລົງຊີວິດຢູ່ໃນຊຸມຊົນ, ການປະກອບສ່ວນຊ່ວຍສັງຄົມ ແລະ ຊຸມຊົນ ໂດຍໄດ້ຈັດໃຫ້ມີການທາສີໂຮງຮຽນມັດທະຍົມຕອນຕົ້ນ ຫົວນາ, ແລກປ່ຽນບົດຮຽນກ່ຽວກັບສິດທິເດັກ, ຄວາມປອດໄພຂອງເດັກ, ພັນທະຂອງເດັກ, ກິດຈະກຳແຄ້ມໄຟ, ທັດສະນະສຶກສາ ແລະ ກິດຈະກຳອື່ນໆ. ກິດຈະກຳດັ່ງກ່າວ ຈັດຂຶ້ນໃນລະຫວ່າງ ວັນທີ 03 – 09 ທັນວາ 2025.




ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ແຕ່ລະແຫ່ງຍັງໄດ້ປະກອບສ່ວນສົມທົບທຶນມອບອຸປະກອນໃຫ້ໂຮງຮຽນມັດທະຍົມຕອນຕົ້ນບ້ານຫົວນາ ປະກອບມີ: ພັດລົມ, ສີທາໂຮງຮຽນ, ເຫຼັກ, ປູນ, ກະເບື້ອງ ແລະ ອຸປະກອນກິລາຈຳນວນໜຶ່ງ, ລວມມູນຄ່າເກືອບ 50 ລ້ານກີບ.

