ຝຶກອົບຮົມໄວໝຸ່ມຄົ້ນຫາແຮງບັນດານໃຈ ແລະ ຄົ້ນຫາສາຍອາຊີບຂອງຕົນເອງ

23 ກໍລະກົດ 2025

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ ໄດ້ຈັດງານຝຶກອົບຮົມໄວໜຸ່ມໃນຫົວຂໍ້ “ຄົ້ນຫາແຮງບັນດານໃຈ ແລະ ຄົ້ນຫາສາຍອາຊີບຂອງຕົນເອງ” ໃນວັນທີ 23 ກໍລະກົດ 2025.

ເນື່ອໃນຝຶກອົບຮົມແມ່ນແນັ້່ນໃສ່:

  1. ປະຫວັດຫຍໍ້ຂອງຕົນເອງ
  2. ທຸລະກິດ ຫຼື ວຽກທີ່ຕົນເອງກໍາລັງເຮັດຢູ່ ມີລັກສະນະແນວໃດ ?
  3. ແຮງບັນດານໃຈໃນການເຮັດວຽກ ຫຼື ທຸລະກິດນັ້ນໆແມ່ນຫຍັງ ?
  4. ເສັ້ນທາງໃນການການສ້າງຄວາມກ້າວໜ້າ ໃນທຸລະກິດ ຫຼື ໃນສາຍອາຊີບນີ້ເປັນແນວໃດ ?
  5. ມີຂັ້ນຕອນຫຍັງແດ່ທີ່ຕົນເອງໄດ້ປະຕິບັດ ເພື່ອໃຫ້ໄດ້ເຮັດວຽກ ຫຼື ໄດ້ເລີ່ມເຮັດທຸລະກິດຂອງຕົນເອງ ?
  6. ຜ່ານມາໄດ້ພົບພໍ້ອຸປະສັກຫຍັງແດ່ ແລະ ມີວິທີແກ້ໄຂການຜ່ານຜ່າອຸປະສັກ ຄວາມຫຍຸ້ງຍາກແນວໃດ ?
  7. ແຜນການຂອງຕົນເອງໃນອະນາຄົດຕໍ່ກັບອາຊີບ ຫຼື ທຸລະກິດຂອງທ່ານເປັນຄືແນວໃດ ?
  8. ຈະແນະນໍາໄວໜຸ່ມແນວໃດໃນການເລືອກວິຊາຊີບ ຫຼື ປະກອບທຸລະກິດໃນອະນາຄົດໃຫ້ມີຜົນສໍາເລັດ ?

ໃນນີ້ພວກເຮົາໄດ້ຮັບກຽດຈາກ ອາຈານ ທອງດີ ພົມມະວົງສາ ” ນັກບັນຍາຍທີ່ມີຊື່ສຽງ ຜູ້ຊ່ຽວຊານໃນວົງການພັດທະນາໄວໜຸ່ມ ມາແບ່ງປັນປະສົບການ ແລະ ບັນຍາຍເພີ່ມຕື່ມເພື່ອສ້າງແຮງບັນດານໃຈ ໃຫ້ໄວໜຸ່ມທຸກຄົນທີ່ມີຄວາມຝັນ, ມີຄວາມຕັ້ງໃຈ, ຄວາມກະຕືລືລົ້ນໃຫ້ບັນລຸເປົ້າໝາຍຂອງຕົນເອງ ກໍຄືເປົ້າໝາຍໃນການເລີ່ມເຮັດທຸລະກິດຂອງຕົນເອງ ເພື່ອໃຫ້ປະສົບຜົນສໍາເລັດໃນອະນາຄົດ. ນອກນັ້ນ ຍັງມີຕົວແທນຈາກກົມແຮງງານ ແລະ 108 Jobs ເຂົ້າມາໃຫ້ຂໍ້ມູນ ແນະນໍາໃນການຫາວຽກ, ການສະໝັກງານ ແລະ ການກ້າວສູ່ອາຊີບທີ່ຫຼາຍຄົນໄຝ່ຝັນ. ແລະ ຍັງມີ ຜູ້ປະກອບການທຸລະກິດ ແລະ ໄວໜຸ່ມທີ່ປະສົບຜົນສໍາເລັດໃນວຽກງານ