ບ້ານ ເອັສໂອເອັສ ຊຽງຂວາງ ໄດ້ຈັດຝຶກອົບຮົມເຜີຍແຜ່ວຽກງານສິດທິເດັກ ແລະ ການປົກປ້ອງຄວາມປອດໄພຂອງເດັກ

15 ພຶດສະພາ 2025

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຊຽງຂວາງ ໄດ້ຈັດຝຶກອົບຮົມເຜີຍແຜ່ວຽກງານສິດທິເດັກ ແລະ ການປົກປ້ອງຄວາມປອດໄພຂອງເດັກໃຫ້ແກ່ນ້ອງໆນັກຮຽນທີ່ ມ.ສ ລາດຄ້າຍ ແຂວງຊຽງຂວາງ. ຈຸດປະສົງໃນການເຜີຍແຜ່ດັ່່ງກ່າວນ້ອງໆນັກຮຽນໄດ້ຮັບຮູ້ ເຖິງສິດທິໃນການຢູ່ລອດ, ການມີສ່ວນຮ່ວມ ແລະ ຮຽນຮູ້ການຖຶກຂູດຮີດແຮງງານ, ປົກປ້ອງຈາກການຖຶກທາລຸນທຸກຮູບແບບ.

ເນື້ອໃນກິກຈະກໍາເນັ້ນເຖີງ: ສິດທິເດັກມີຫຍັງແດ່ ? ລວມເຖີງຫົວຂໍ້

  1. ສິດທິການປົກປ້ອງ
  2. ສິດທິການມີສ່ວນຮ່ວມ
  3. ສິດທິການພັດທະນາ
  4. ສິດທິການຢູ່ລອດ

ແລະ ພ້ອມດ້ວຍຄວາມຮູ້ກ່ຽວກັບວຽກງານການປົກປ້ອງຄວາມປອດໄພຂອງເດັກມີຫຍັງແດ່ ? ເຊີງເນັ້ນໃສ່ແຕ່ລະຫົວເຊັ່ນ

  1. ການປົກປ້ອງຈາກການຖຶກທາລຸນທຸກຮູບແບບ
  2. ການປົກປ້ອງຈາກການຖຶກລ່ວງລະເມີດ
  3. ການປົກປ້ອງຈາກການຄ້າມະນຸດ
  4. ການປົກປ້ອງຈາກການຖຶກຈຳແນກ
  5. ການປົກປ້ອງຈາກການຖຶກຂູດຮີດແຮງງານ
  6. ກິດຈະກໍາເປັນຮູບແບບບັນຍາຍ ແລະ ເນັ້ນກິດຈະກໍາຖາມຕອບໃນຫົວຂໍ້ດັ່ງກ່າວເພື່ອເນັ້ນໃຫ້ນ້ອງໆມີຄວາມເຂົ້າໃຈ, ມີສ່ວນຮ່ວມ ແລະ ຮູ້ຊ່ອງທາງໃນການຂໍຄວາມຊ່ວຍເຫຼືອໃນຊຸມຊົມໃນວຽກງານປົກປ້ອງເດັກ ລວມເຖີງຄວາມເຂົ້າໃຈກ່ຽວກັບສິດທີເດັກໃຫ້ຖືກຕ້ອງ ແລະ ເຜີຍແຜ່ຢ່າງກວ້າງຂວາງ.

ທີມງານຂໍຂອບໃຈມາຍັງຄູ່ຮ່ວມງານທີ່ກ່ຽວຂ້ອງໝົດທຸກຄົນ, ນ້ອງໆນັກຮຽນທີ່ໃຫ້ການຕ້ອນຮັບ ແລະ ຮ່ວມມືເປັນຢ່າງດີ.