ກອງປະຊຸມສະພາບໍລິຫານອົງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ສາກົນ

ວັນທີ 26 – 28 ມິຖຸນາ 2025

ກອງປະຊຸມສະພາບໍລິຫານອົງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ສາກົນ ໄດ້ຈັດຂື້ນໃນລະຫວ່າງວັນທີ 26 – 28 ມິຖຸນາ 2025 ຄັ້ງທີ 23 ທີ່ນະຄອນຫຼວງ ວຽນນາ, ປະເທດ ໂອຕຣິດ. ໃນພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມເປີດກອງປະຊຸມໂດຍທ່ານ ເດເຣເຈ ເວີດໂດຟາ (Dr. Dereje Wordofa), ປະທານ ອົງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ສາກົນ, ຄະນະຜູ້ບໍລິຫານຈາກປະເທດທີ່ໃຫ້ທືນ, ຄະນະຜູ້ບໍລິຫານຈາກແຕ່ລະພາກພື້ນ, ປະທານຄະນະກໍາມະການຄຸ້ມ​ຄອງ ບ້ານ​ຊ່ວຍ​ເຫຼືອ​ເດັກ​ນ້ອຍ ເອັ​ສໂອເອັ​ສ ຈາກແຕ່ລະປະເທດທີ່ເປັນສະມາຊິກຂອງອົງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ໃນທົ່ວໂລກ, ລວມ 137 ປະເທດເຂົ້າຮ່ວມ. ໃນນັ້ນ ຄະນະຜູ້ແທນລາວ ນໍາໂດຍ ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະພ້ອມດ້ວຍ ທ່ານ ສິນນະສອນ ນະດອນໄຮ່ ອໍານວຍການໂຄງການບ້ານ​ຊ່ວຍ​ເຫຼືອ​ເດັກ​ນ້ອຍ ເອັ​ສໂອເອັ​ສ ລາວ ກໍໄດ້ເຂົ້າຮ່ວມ.

ໃນລະຫວ່າງດຳເນີນກອງປະຊຸມຄະນະຜູ້ແທນລາວໄດ້ພົບປະໂອ້ລົມກັບ ທ່ານ ວໍແວັກ ໄຄ (Vorwerk Kay)  ຜູ້ອຳນວຍການໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ເຢຍລະມັນ ກ່ຽວກັບວຽກງານທີ່ຕິດພັນກັບການປັບປຸງ, ສ້າງຄວາມເຂັ້ມແຂງໃຫ້ຄະນະກໍາມະການຄຸ້ມຄອງໂຄງການ ແລະ ການປົກປ້ອງສິດທິເດັກເປັນຕົ້ນ.