23 ກໍລະກົດ 2025
ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ ໄດ້ຈັດງານຝຶກອົບຮົມໄວໜຸ່ມໃນຫົວຂໍ້ “ຄົ້ນຫາແຮງບັນດານໃຈ ແລະ ຄົ້ນຫາສາຍອາຊີບຂອງຕົນເອງ” ໃນວັນທີ 23 ກໍລະກົດ 2025.
ເນື່ອໃນຝຶກອົບຮົມແມ່ນແນັ້່ນໃສ່:
- ປະຫວັດຫຍໍ້ຂອງຕົນເອງ
- ທຸລະກິດ ຫຼື ວຽກທີ່ຕົນເອງກໍາລັງເຮັດຢູ່ ມີລັກສະນະແນວໃດ ?
- ແຮງບັນດານໃຈໃນການເຮັດວຽກ ຫຼື ທຸລະກິດນັ້ນໆແມ່ນຫຍັງ ?
- ເສັ້ນທາງໃນການການສ້າງຄວາມກ້າວໜ້າ ໃນທຸລະກິດ ຫຼື ໃນສາຍອາຊີບນີ້ເປັນແນວໃດ ?
- ມີຂັ້ນຕອນຫຍັງແດ່ທີ່ຕົນເອງໄດ້ປະຕິບັດ ເພື່ອໃຫ້ໄດ້ເຮັດວຽກ ຫຼື ໄດ້ເລີ່ມເຮັດທຸລະກິດຂອງຕົນເອງ ?
- ຜ່ານມາໄດ້ພົບພໍ້ອຸປະສັກຫຍັງແດ່ ແລະ ມີວິທີແກ້ໄຂການຜ່ານຜ່າອຸປະສັກ ຄວາມຫຍຸ້ງຍາກແນວໃດ ?
- ແຜນການຂອງຕົນເອງໃນອະນາຄົດຕໍ່ກັບອາຊີບ ຫຼື ທຸລະກິດຂອງທ່ານເປັນຄືແນວໃດ ?
- ຈະແນະນໍາໄວໜຸ່ມແນວໃດໃນການເລືອກວິຊາຊີບ ຫຼື ປະກອບທຸລະກິດໃນອະນາຄົດໃຫ້ມີຜົນສໍາເລັດ ?
ໃນນີ້ພວກເຮົາໄດ້ຮັບກຽດຈາກ ອາຈານ ທອງດີ ພົມມະວົງສາ ” ນັກບັນຍາຍທີ່ມີຊື່ສຽງ ຜູ້ຊ່ຽວຊານໃນວົງການພັດທະນາໄວໜຸ່ມ ມາແບ່ງປັນປະສົບການ ແລະ ບັນຍາຍເພີ່ມຕື່ມເພື່ອສ້າງແຮງບັນດານໃຈ ໃຫ້ໄວໜຸ່ມທຸກຄົນທີ່ມີຄວາມຝັນ, ມີຄວາມຕັ້ງໃຈ, ຄວາມກະຕືລືລົ້ນໃຫ້ບັນລຸເປົ້າໝາຍຂອງຕົນເອງ ກໍຄືເປົ້າໝາຍໃນການເລີ່ມເຮັດທຸລະກິດຂອງຕົນເອງ ເພື່ອໃຫ້ປະສົບຜົນສໍາເລັດໃນອະນາຄົດ. ນອກນັ້ນ ຍັງມີຕົວແທນຈາກກົມແຮງງານ ແລະ 108 Jobs ເຂົ້າມາໃຫ້ຂໍ້ມູນ ແນະນໍາໃນການຫາວຽກ, ການສະໝັກງານ ແລະ ການກ້າວສູ່ອາຊີບທີ່ຫຼາຍຄົນໄຝ່ຝັນ. ແລະ ຍັງມີ ຜູ້ປະກອບການທຸລະກິດ ແລະ ໄວໜຸ່ມທີ່ປະສົບຜົນສໍາເລັດໃນວຽກງານ




ໃນກິດຈະກຳຝຶກອົບຮົມໄວໜຸ່ມ Skill4work ຄັ້ງນີ້ນີ້ ພວກເຮົາເຊື່ອວ່າກຳລັງໃຈ ແລະ ແນວຄິດທີ່ດີແມ່ນພື້ນຖານສໍາຄັນ ທີ່ຈະພາໄວໜຸ່ມໄປຮອດຄວາມສໍາເລັດ ບໍ່ວ່າຈະເປັນທາງວຽກງານ ຫຼື ທາງທຸລະກິດໃນອະນາຄົດ.
ໃນກິດຈະກຳຝຶກອົບຮົມໄວໜຸ່ມ Skill4work ຄັ້ງນີ້ ສະໜັບສະໜູນໂດຍ Mascot International, ຈັດຕັ້ງປະຕິບັດໂດຍ ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ.

