15 ພຶດສະພາ 2025
ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຊຽງຂວາງ ໄດ້ຈັດຝຶກອົບຮົມເຜີຍແຜ່ວຽກງານສິດທິເດັກ ແລະ ການປົກປ້ອງຄວາມປອດໄພຂອງເດັກໃຫ້ແກ່ນ້ອງໆນັກຮຽນທີ່ ມ.ສ ລາດຄ້າຍ ແຂວງຊຽງຂວາງ. ຈຸດປະສົງໃນການເຜີຍແຜ່ດັ່່ງກ່າວນ້ອງໆນັກຮຽນໄດ້ຮັບຮູ້ ເຖິງສິດທິໃນການຢູ່ລອດ, ການມີສ່ວນຮ່ວມ ແລະ ຮຽນຮູ້ການຖຶກຂູດຮີດແຮງງານ, ປົກປ້ອງຈາກການຖຶກທາລຸນທຸກຮູບແບບ.
ເນື້ອໃນກິກຈະກໍາເນັ້ນເຖີງ: ສິດທິເດັກມີຫຍັງແດ່ ? ລວມເຖີງຫົວຂໍ້
- ສິດທິການປົກປ້ອງ
- ສິດທິການມີສ່ວນຮ່ວມ
- ສິດທິການພັດທະນາ
- ສິດທິການຢູ່ລອດ
ແລະ ພ້ອມດ້ວຍຄວາມຮູ້ກ່ຽວກັບວຽກງານການປົກປ້ອງຄວາມປອດໄພຂອງເດັກມີຫຍັງແດ່ ? ເຊີງເນັ້ນໃສ່ແຕ່ລະຫົວເຊັ່ນ
- ການປົກປ້ອງຈາກການຖຶກທາລຸນທຸກຮູບແບບ
- ການປົກປ້ອງຈາກການຖຶກລ່ວງລະເມີດ
- ການປົກປ້ອງຈາກການຄ້າມະນຸດ
- ການປົກປ້ອງຈາກການຖຶກຈຳແນກ
- ການປົກປ້ອງຈາກການຖຶກຂູດຮີດແຮງງານ
- ກິດຈະກໍາເປັນຮູບແບບບັນຍາຍ ແລະ ເນັ້ນກິດຈະກໍາຖາມຕອບໃນຫົວຂໍ້ດັ່ງກ່າວເພື່ອເນັ້ນໃຫ້ນ້ອງໆມີຄວາມເຂົ້າໃຈ, ມີສ່ວນຮ່ວມ ແລະ ຮູ້ຊ່ອງທາງໃນການຂໍຄວາມຊ່ວຍເຫຼືອໃນຊຸມຊົມໃນວຽກງານປົກປ້ອງເດັກ ລວມເຖີງຄວາມເຂົ້າໃຈກ່ຽວກັບສິດທີເດັກໃຫ້ຖືກຕ້ອງ ແລະ ເຜີຍແຜ່ຢ່າງກວ້າງຂວາງ.




ທີມງານຂໍຂອບໃຈມາຍັງຄູ່ຮ່ວມງານທີ່ກ່ຽວຂ້ອງໝົດທຸກຄົນ, ນ້ອງໆນັກຮຽນທີ່ໃຫ້ການຕ້ອນຮັບ ແລະ ຮ່ວມມືເປັນຢ່າງດີ.

