ສະໜັບສະໜູນເດັກນ້ອຍ
ເດັກນ້ອຍຄວນເຕີບໃຫຍ່ຢູ່ໃນຄອບຄົວທີ່ມີຄວາມຮັກ ແລະ ເຕີບໃຫຍ່ໃຫ້ເປັນໂຕຂອງຕົວເອງທີ່ເຂັ້ມແຂງທີ່ສຸດ. ພວກເຮົາໃນບ້ານເດັກ SOS ລາວເຮັດວຽກເພື່ອສະໜັບສະໜູນເດັກນ້ອຍ ແລະ ຄອບຄົວທີ່ຕ້ອງການຄວາມຊ່ວຍເຫຼືອ.
ການລ້ຽງດູແບບຄອບຄົວ
ພວກເຮົາຊ່ວຍເດັກນ້ອຍທີ່ບໍ່ໄດ້ຮັບການລ້ຽງດູຈາກພໍ່ແມ່ໄດ້ມີໂອກາດທີ່ຈະເຕີບໃຫຍ່ໃນຄອບຄົວທີ່ມີແມ່, ອ້າຍເອື້ອຍນ້ອງ ແລະ ຊຸມຊົນ. ພວກເຮົາໃຫ້ການດູແລລ້ຽງດູໄລຍະຍາວແກ່ເດັກນ້ອຍ, ມອບໂອກາດການສຶກສາ, ສ້າງທັກສະຊີວິດໃຫ້ພວກເຂົາ ແລະ ຊ່ວຍໃຫ້ພວກເຂົາສາມາດເປັນສະມາຊິກທີ່ມີສ່ວນຮ່ວມໃນສັງຄົມ. ນອກນັ້ນ, ພວກເຮົາຍັງສົ່ງເສີມໃຫ້ເດັກນ້ອຍພັດທະນາສາຍສຳພັນທີ່ໝັ້ນຄົງ ແລະ ມີຄວາມຮັກພາຍໃນຄອບຄົວ ແລະ ຊຸມຊົນຂອງເຂົາ.


ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວ
ຄອບຄົວເດີມແມ່ນບ່ອນທີ່ດີທີ່ສຸດສຳລັບການເຕີບໃຫຍ່ຂອງເດັກນ້ອຍ. ສະນັ້ນ, ພວກເຮົາຈຶ່ງສົ່ງເສີມໃຫ້ບັນດາຄອບຄົວທີ່ດ້ອຍໂອກາດໄດ້ຢູ່ຮ່ວມກັນຜ່ານການຊ່ວຍເຫຼືອຂອງໂຄງການ “ສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວ” ຂອງພວກເຮົາ ຕາມຄວາມເໝາະສົມກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ. ເມື່ອຄອບຄົວແຕກແຍກ ແລະ ບໍ່ສາມາດສະໜອງການລ້ຽງດູທີ່ມີຄຸນນະພາບໃຫ້ກັບລູກຂອງພວກເຂົາ, ພວກເຮົາຈະຄົ້ນຫາທາງເລືອກໃນການດູແລທີ່ເໝາະສົມທີ່ສຸດໃຫ້ແກ່ເດັກນ້ອຍເຫຼົ່ານັ້ນ. ພວກເຮົາຮ່ວມມືກັບພາກລັດ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ການເຂົ້າເຖິງລະບົບການດູແລສຸຂະພາບ ແລະ ການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ ເພື່ອສົ່ງເສີມເດັກນ້ອຍ ແລະ ຄອບຄົວໃຫ້ເພິ່ງພາຕົນເອງໄດ້. ພວກເຮົາໃຫ້ການຝຶກອົບຮົມໃນດ້ານທີ່ມີຄວາມຈຳເປັນ ທີ່ຈະສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວ ເພື່ອຊ່ວຍພວກເຂົາສ້າງລາຍໄດ້ ແລະ ໃຫ້ການດູແລເດັກທີ່ດີກວ່າເກົ່າ. ບາງກໍລະນີທີ່ເດັກນ້ອຍຖືກແຍກຕົວອອກຈາກຄອບຄົວ, ພວກເຮົາຈະໃຫ້ການປົກປ້ອງແກ່ພວກເຂົາ. ພວກເຮົາສະໜັບສະໜູນການກັບມາຢູ່ນຳກັນຂອງຄອບຄົວຢ່າງຈິງຈັງ ແລະ ພວກເຮົາຍັງຊ່ວຍຄອບຄົວໃຫ້ເອົາຊະນະ ຂ້າມຜ່ານຄວາມເຈັບປວດທາງຈິດໃຈ ເພື່ອສ້າງຊີວິດຂອງພວກເຂົາຄືນໃໝ່. ສຳລັບເດັກນ້ອຍທີ່ບໍ່ສາມາດກັບຄືນສູ່ຄອບຄົວຂອງເຂົາໄດ້, ພວກເຮົາຈະເຮັດວຽກຮ່ວມກັບອຳນາດການປົກຄອງເພື່ອຊອກຫາທາງເລືອກໃນການລ້ຽງດູທີ່ເໝາະສົມ.
ໂຄງການສົ່ງເສີມເຍົາວະຊົນຍິງ
SGH ແມ່ນໂຄງການສົ່ງເສີມການສຶກສາຂອງເຍົາວະຊົນຍິງຈາກຄອບຄົວທີ່ທຸກຍາກ ແລະ ດ້ອຍໂອກາດ, ເຊິ່ງອາດຈະມີຄວາມສ່ຽງທີ່ຈະອອກໂຮງຮຽນ ແລະ ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ຜ່ານໂຄງການດັ່ງກ່າວ, ເຍົາວະຊົນຍິງເຫຼົ່ານີ້ໄດ້ຮັບການສະໜັບສະໜູນເພື່ອສືບຕໍ່ການຮຽນຂອງພວກເຂົາທີ່ໂຮງຮຽນ ເອັສໂອເອັສ ເຮີແມນ ມາຍເນີ, ໄດ້ຮັບການຝຶກອົບຮົມທັກສະຊີວິດ ແລະ ການຝຶກອົບຮົມວິຊາຊີບພື້ນຖານ ເພື່ອເພີ່ມໂອກາດໃນການຖືກຈ້າງງານໃຫ້ພວກເຂົາ.


ໂຄງການພັດທະນາໄວໜຸ່ມ
ໂຄງການນີ້ແມ່ນການສືບຕໍ່ຮູບແບບຂອງບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ໂດຍປັບປ່ຽນໃຫ້ເຂົ້າກັບຄວາມຕ້ອງການຂອງໄວໜຸ່ມ. ເຮົາໄດ້ໃຫ້ໂອກາດເຍົາວະຊົນຊາຍໄດ້ລອງໃຊ້ຊີວິດແບບເພິ່ງພາຕົນເອງ. ຈຸດປະສົງຕົ້ນຕໍແມ່ນເພື່ອຊ່ວຍເຫຼືອ ແລະ ນໍາພາເຍົາວະຊົນຊາຍໃນການກະກຽມເຂົ້າສູ່ສັງຄົມ ໂດຍການໃຫ້ພວກເຂົາໄດ້ຮັບການສຶກສາຊັ້ນສູງ ແລະ ການຝຶກທັກສະການໃຊ້ຊີວິດຕົວຈິງ.
ສະໜັບສະໜູນ ສິດທິເດັກ
ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ເຮັດວຽກໂດຍອີງໃສ່ສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍສິດທິຂອງເດັກ (UNCRC), ຄຳແນະນຳຂອງອົງການສະຫະປະຊາຊາດເພື່ອການລ້ຽງດູເດັກໃນແບບທາງເລືອກໃນການລ້ຽງດູ (UNGL) ແລະ ມະຕິຂອງສະຫະປະຊາຊາດໂດຍສຸມໃສ່ເດັກນ້ອຍທີ່ບໍ່ໄດ້ຮັບມີການເບິ່ງແຍງລ້ຽງດູຈາກພໍ່ແມ່ (UN Resolution). ມັນແມ່ນບຸລິມະສິດຂອງພວກເຮົາທີ່ຈະລວມເອົາກອບວຽກຂອງສິດທິເດັກເຫຼົ່ານີ້ເຂົ້າໃນການບໍລິການທາງເລືອກໃນການລ້ຽງດູເດັກ ແລະ ສົ່ງເສີມສິດທິຂອງເດັກນ້ອຍໃນທຸກໆຂົງເຂດວຽກງານຂອງພວກເຮົາ. ພວກເຮົາສົ່ງເສີມທາງເລືອກໃນການລ້ຽງດູເດັກນ້ອຍທີ່ມີຄຸນນະພາບ, ພ້ອມທັງສະໜັບສະໜູນການປ້ອງກັນການແຍກເດັກນ້ອຍອອກຈາກຄອບຄົວໂດຍບໍ່ຈຳເປັນ. ພວກເຮົາຮ່ວມມືກັບອຳນາດການປົກຄອງຂອງລັດຖະບານ ແລະ ອົງການຈັດຕັ້ງທີ່ມີຈິດໃຈທີ່ຄ້າຍຄືກັນ ເພື່ອສົ່ງເສີມສິດທິຂອງເດັກນ້ອຍ, ໂດຍສະເພາະແມ່ນສິດທິທີ່ຈະເຕີບໃຫຍ່ໃນຄອບຄົວທີ່ມີສະພາບແວດລ້ອມທີ່ປອດໄພ ທີ່ຈະຊ່ວຍໃຫ້ເດັກນັ້ນຮັບຮູ້ເຖິງຄວາມສາມາດສູງສຸດຂອງພວກເຂົາ ແລະ ກາຍເປັນບຸກຄະລາກອນທີ່ມີຄຸນນະພາບຂອງສັງຄົມ.


ການປົກປ້ອງເດັກ
ພວກເຮົາຊ່ວຍໃຫ້ເດັກນ້ອຍ ແລະ ໄວໜຸ່ມໄດ້ຮັບຮູ້ກ່ຽວກັບບົດບາດ, ສິດທິ ແລະ ຄວາມຮັບຜິດຊອບຂອງພວກເຂົາໃນການຢຸດການໃຊ້ຄວາມຮຸນແຮງຕໍ່ເດັກ. ໂຄງການຂອງພວກເຮົາໄດ້ຈັດຕັ້ງຄະນະປົກປ້ອງເດັກໃນລະດັບປະເທດ ແລະ ທ້ອງຖິ່ນ. ນອກນັ້ນ, ພະນັກງານທຸກຄົນຕ້ອງໄດ້ຜ່ານການຝຶກອົບຮົມກ່ຽວກັບວຽກງານສິດທິເດັກ, ວຽກງານປົກປ້ອງເດັກ, ນະໂຍບາຍປົກປ້ອງເດັກ ແລະ ວຽກງານສືບສວນສອບສວນ. ພວກເຮົາຍັງມີການລາຍງານປະຈຳເດືອນ ແລະ ປີ ກ່ຽວກັບກໍລະນີຕ່າງໆທີ່ກ່ຽວຂ້ອງກັບການປົກປ້ອງເດັກ. ພວກເຮົາມີບົດລາຍງານ ແລະ ກົນໄກການແກ້ໄຂທີ່ເຂັ້ມແຂງໃນການຮັບມືກັບກໍລະນີກ່ຽວກັບບັນຫາທີ່ເກີດຂື້ນກັບເດັກ.
ສົ່ງເສີມການສຶກສາ
ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ເປີດໂຮງຮຽນອະນຸບານ 6 ແຫ່ງ ແລະ ໂຮງຮຽນ ປະຖົມ-ມັດທະຍົມ 5 ແຫ່ງ ເພື່ອໃຫ້ການສຶກສາທີ່ມີຄຸນນະພາບແກ່ເດັກນ້ອຍຂອງພວກເຮົາ ແລະ ເດັກນ້ອຍຈາກຊຸມຊົນອ້ອມຂ້າງ. ໂຮງຮຽນທຸກແຫ່ງມີພະນັກງານ ແລະ ຄູອາຈານທີ່ໄດ້ຮັບການຝຶກອົບຮົມເປັນຢ່າງດີ ແລະ ປະຕິບັດຕາມຫຼັກສູດທີ່ວາງອອກໂດຍກະຊວງສຶກສາທິການ ແລະ ກິລາ.


