ເຂົ້າຢ້ຽມຢາມລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ

01 ສິງຫາ 2025

ໃນຕອນບ່າຍຂອງວັນທີ 01 ສິງຫາ 2025 ນີ້ ທ່ານ Rajneesh Jain ຄະນະບໍລິຫານອົງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ສາກົນ ປະຈໍາພາກພື້ນອາຊີ ພ້ອມດ້ວຍ ທ່ານ ສິນນະສອນ ນະດອນໄຮ່ ອຳນວຍການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ ໄດ້ເຂົ້າຢ້ຽມຢາມພົບ ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກໍາມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ.

ໃນການພົບປະ ແລະ ໂອ້ລົມຄັ້ງນີ້ ທັງສອງຝ່າຍໄດ້ສົນທະນາ ແລະ ແລກປ່ຽນຫຼາຍຫົວຂໍ້ ໃນການປັບປຸງວຽກງານບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ແລະ ການຫັນປ່ຽນຍຸດທະສາດຂອງເອັສໂອເອັສສາກົນໃຫ້ສອດຄ້ອງກັບການພັດທະນາໃນທ້ອງຖິ່ນ ແລະ ການສະໜັບສະໜູນຈາກພາກລັດຖະບານ.