ນາງ ຟອງສະໝຸດ

ນາງ ຟອງສະໝຸດ (ປຸ້ຍ) ເປັນ​ໜຶ່ງ​ໃນ​ເດັກ​ນ້ອຍ​ທີ່​ໄດ້​ຮັບ​ການ​ເບິ່ງ​ແຍງ​ລ້ຽງ​ດູ​ຈາກ ​ໂຄງ​ການ​ບ້ານ​ຊ່ວຍ​ເຫຼືອ​ເດັກ​ນ້ອຍ​ ເອັ​ສ​ໂອ​ເອັ​ສລາວ. ປຸ້ຍ ສູນເສີຍພໍ່ແມ່ຕອນທີ່ລາວອາຍຸພຽງ 8 ປີ,  ຫຼັງຈາກນັ້ນ ລາວກໍໄດ້ມາອາໄສຢູ່ນຳແມ່ເຖົ້າ. ແຕ່ຍ້ອນບັນຫາສຸຂະພາບ ແລະ ຄວາມທຸກຍາກຂາດເຂີນຈຶ່ງເຮັດໃຫ້ແມ່ເຖົ້າບໍ່ສາມາດລ້ຽງດູເບິ່ງແຍງ ແລະ ສະໜັບສະໜູນການສຶກສາໃຫ້ ປຸ້ຍ ແລະ ນ້ອງສາວຂອງລາວໄດ້. ແມ່ເຖົ້າຈຶ່ງຕັດສິນໃຈ ແລະ ໄດ້ຂໍຄວາມຊ່ວຍເຫຼືອການດູແລເບິ່ງແຍງກັບ​ໂຄງ​ການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ. ປຸ້ຍໄດ້ເຂົ້າມາໃຊ້​ຊີ​ວິດ​ກັບຄອບຄົວເອັສໂອເອັສວຽງຈັນ ເຊີ່ງເປັນໜື່ງໃນ 6 ແຫ່ງຂອງໂຄງການ. ເມື່ອ ປຸ້ຍ ແລະ ນ້ອງຂອງລາວໄດ້ເຂົ້າມາໃນຄອບຄົວເອັສໂອເອັສກໍໄດ້​ຮັບ​ຄວາມ​ຮັກ, ​ຄວາມ​ອົບອຸ່ນ ​ຈາກ​ແມ່ ເອັສໂອເອັສ. ແມ່ ເອັສໂອເອັສເວົ້າໃຫ້ຟັງວ່າ: ປຸ້ຍ ເປັນເດັກທີ່ສະຫຼາດ, ຮັບຮູ້ໄວ, ນິໄສດີ, ຕັ້ງໃຈຮຽນ, ມີພອນສະຫວັນທາງດ້ານການຂຽນກາບກອນ, ຫຍິບປັກຖັກແສ່ວ ແລະ ມີຫົວຄິດປະດິດສ້າງຫຼາຍ​ດ້ານ.

ນາງ ຟອງສະໝຸດ ແລະ ແມ່ ເອັສໂອເອັສ ໃນງານຮັບປະລິນຍາ

ຫຼັງຈາກຮຽນຈົບຊັ້ນມັດທະຍົມ ແລະ ດ້ວຍຄວາມມຸ່ງໝັ້ນຂອງລາວທີ່ຢາກເປັນຄູ, ລາວຈຶ່ງ​ເສັງ​ເອົາ​ທຶນ​ໄປຕໍ່ ວິທະຍາໄລ ສ້າງຄູ​ບ້ານ​ເກີນ ໄດ້ສຳ​ເລັດ ໃນສາ​ຂາ ວິຊາ ຄູພາສາລາວ. ​ຫຼັງ​ຈາກນັ້ນ, ລາວກໍ​ໄດ້ ເຊື່ອມຕໍ່ຊັ້ນປະລິນຍາຕ​ີ ຢູ່ມະຫາວິທະຍາໄລ ແຫ່ງຊາດ ໃນສາຂາ ວິຊາ ຄູພາສາລາວ. ຫຼັງຈາກ​ ໄດ້ຮຽນຈົບ ໃນປີ 2011 ແລ້ວ, ລາວກໍໄດ້ໄປສະໝັກເປັນຄູສອນຢູ່ ໂຮງຮຽນ ຮຸ່ງເຮືອງ ເປັນເວລາ 1 ປີ.  ຫຼັງຈາກນັ້ນ ລາວກໍ່ໄດ້​ເຂົ້າ​ບັນ​ຈຸ​ເປັນ​ພະ​ນັກ​ງານ​ລັດ​ຖະ​ກອນ ແລະ ເຮັດວຽກຢູ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ, ກ່ຽວກັບການຄົ້ນຄວ້າປຶ້ມແບບຮຽນ ແລະ ແຕ່ງປຶ້ມສອນ. ປັດຈຸບັນ ປຸ້ຍ ເປັນຄູສອນຢູ່ໂຮງຮຽນ ມັດທະຍົມຕອນຕົ້ນ ລາວ-ຫວຽດ.

ປຸ້ຍ ເລົ່າໃຫ້ຟັງວ່າ: “ຂ້ອຍບໍ່ເຄີຍຄິດວ່າຊີວິດຂອງຂ້ອຍຈະໄດ້ຮັບຜົນສຳເລັດເຖິງພຽງນີ້, ຂ້ອຍຮູ້ສຶກພູມໃຈຫຼາຍທີ່ທຸກພາກສ່ວນໃຫ້ໂອກາດເປັນຕົ້ນແມ່ນມີໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ເຮັ​ດ​ໃຫ້ຂ້ອຍໄດ້ຮັບໂອກາດທຸກຢ່າງຄືກັບຄົນອື່ນໆໃນສັງຄົມ. ຂ້ອຍຂໍຂອບໃຈ ແລະ ຂໍຈາລຶກບຸນຄຸນນີ້ໄວ້ຕະຫຼອດໄປ”.  

ເລື່ອງ​​ລາວຂອງ​ຟອງສະໝຸດ ເປັນ​​ເລື່ອງ​​ໜຶ່ງ​ຂອງເດັກ​ທີ່​ຂາດ​ໂອ​ກາດ ແລະ​ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ໂຄງ​ການຂອງ​ພວກ​ເຮົາ.  ຍັງມີເດັກນ້ອຍ​ຫຼາຍກວ່າ 1,000 ຄົນ ທີ່ກຳ​ລັງຖຶກລ້ຽງດູ ແລະ ເຕີບໃຫຍ່ຢູ່ໃນບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ, ພວກເຂົາເຫຼົ່ານີ້ກຳລັງລໍຖ້າການຊ່ວຍເຫຼືອຈາກທ່ານ.

ມາ​ເປັນ​ສ່ວນ​ໜຶ່ງ​ໃນ​ການມອບ​ໂອ​ກາດ​ໃຫ້​ກັບ​ເດັກ​ນ້ອຍ​ເຫຼົ່າ​ນັ້ນນຳ​ກັນ !