ມູລະນິທິ Felix Y Manalo Inc.,

ວັນທີ 26 ຕຸລາ 2025

ມູລະນິທິ Felix Y Manalo Inc., ເພື່ອມະນຸດສະທຳ ພ້ອມດ້ວຍຄະນະ ແລະ ພະນັກງານ ໄດ້ເຂົ້າມາຢ້ຽມຢາມ ໝູ່ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ແລະ ໄດ້ມອບອຸປະກອນການສຶກສາ, ເຄື່ອງບໍລິໂພກ, ເຂົ້າໜົມ ໃຫ້ນ້ອງໆໃນໂຄງການ ບ້ານຊ່ວຍເຫືຼອເດັກນ້ອຍ ເອັສໂອເອັສ ລາວ ເປັນຈໍານວນ 3,750 USD. ການຢ້ຽມຢາມຄັ້ງນີ້ ໄດ້ໃຫ້ການຕ້ອນຮັບນໍາໂດຍ ທ່ານ ສິນນະສອນ ນາດອນໄຮ່, ຜູ້ອໍານວຍການໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ພ້ອມທັງທີມງານໂຄງການ. ການຢ້ຽມຢາມດັ່ງກ່າວ, ທາງຄະນໍາໄດ້ນໍາພາຂື້ນຢ້ຽມຢາມຄອບຄົວເພື່ອເບີ່ງເຫັນການລ້ຽງດູເດັກພາຍໄຕ້ໂຄງການ ແລະ ການເປັນຢູ່ຂອງນ້ອງໆທີ່ໄດ້ເຕີບໂຕຈາກບ້ານຊ່ວຍເຫຼືອເດັກ ຫລື ໃນຄອບຄົວເອັສໂອເອັສ ເປັນແນວໃດ, ໂອລົມກັບຜູ້ລ້ຽງດູ ແລະ ນ້ອງໆຢ່າງເປັນກັນເອງ ແລະ ມ່ວນຊື່ນ.  ນອກນັ້ນທາງຄະນະທັງສອງຝ່າຍຍັງໄດ້ໂອ້ລົມ ແລະ ແລກປ່ຽນແນວຄວາມຄິດເພື່ອສະໜັບສະໜູນເຜີຍແຜ່ວຽກງານໂຄງການໃຫ້ຫລາຍພາກສ່ວນໃນສັງຄົມໄດ້ມີສ່ວນຮ່ວມໃນວຽກງານການລ້ຽງດູຫຼາຍຂື້ນ.