ເປີດປະມູນ

14 ກັນຍາ 2025

ແຈ້ງການເຊີນປະມູນ / ໜັງສືເຊີນຍື່ນບົດສະເໜີໂຄງການ ຫາຜູ້ສະໜອງສ້າງພາບລັກອົງກອນ ແລະ ງານລ້ຽງການກຸສົນ ກາລາດິນເນີ່ (Gala Dinner) ເພື່ອລະດົມທຶນ ສໍາລັບ ໝູ່ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ (SOS Children’s Villages Laos)

ຫ້ອງການປະສານງານ ໝູ່ບ້ານຊ່ວຍເຫຼືອເດັກ SOS ປະຈຳ ສປປ ລາວ, ນະຄອນຫຼວງວຽງຈັນ, ຂໍເຊີນຊວນບັນດາບໍລິສັດຕົວແທນ ທີ່ມີຄຸນສົມບັດ ແລະ ປະສົບການ ໃນດ້ານການຈັດກິດຈະກຳ (Event Management) ແລະ ດ້ານການສື່ສານ ເຂົ້າຍື່ນບົດສະເໜີໂຄງການ ເພື່ອຈັດຕັ້ງປະຕິບັດ ໂຄງການສ້າງພາບລັກອົງກອນ ແລະ ງານລ້ຽງການກຸສົນ ກາລາດິນເນີ່ (Gala Dinner) ເພື່ອລະດົມທຶນ ຊ່ວຍເຫຼືອ ໝູ່ບ້ານຊ່ວຍເຫຼືອເດັກນ້ອຍ SOS ປະຈຳ ສປປ ລາວ (SOSCVLaos).

ຜູ້ທີ່ໄດ້ຮັບການຄັດເລືອກ ຈະມີໜ້າທີ່ຮັບຜິດຊອບໃນການວາງແຜນ, ພັດທະນາ ແລະ ຈັດຕັ້ງປະຕິບັດ ແຄມເປນສ້າງພາບລັກ ແລະ ສ້າງການຮັບຮູ້ແບບທົ່ວເຖິງ, ລວມທັງການເປັນເຈົ້າການໃນການວາງແຜນ ແລະ ຈັດການງານລ້ຽງການກຸສົນ ກາລາດິນເນີ່ (Gala Dinner) ເພື່ອລະດົມທຶນ ທີ່ມີຄຸນນະພາບສູງ ແບບຄົບວົງຈອນ.

ຈຸດປະສົງຂອງວຽກງານມອບໝາຍນີ້ ແມ່ນເພື່ອ:

  • ສ້າງຄວາມເຂັ້ມແຂງ ໃຫ້ແກ່ພາບລັກ ແລະ ຊື່ສຽງ ຂອງໝູ່ບ້ານຊ່ວຍເຫຼືອເດັກນ້ອຍ SOS ໃນສັງຄົມ
  • ເພີ່ມທະວີການຮັບຮູ້ ກ່ຽວກັບວຽກງານ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດງານ ຂອງໝູ່ບ້ານຊ່ວຍເຫຼືອເດັກນ້ອຍ SOS (SOSCV)
  • ຊຸກຍູ້ຂະບວນການລະດົມທຶນ ໂດຍຜ່ານການຈັດງານລ້ຽງການກຸສົນ ກາລາດິນເນີ່ (Gala Dinner) ທີ່ມີຄວາມເປັນມືອາຊີບ

ຂອບເຂດວຽກງານ ຈະລວມມີ :

  • ການວາງແນວຄວາມຄິດສ້າງສັນ (Creative Concept) ສໍາລັບແຄມເປນສ້າງພາບລັກ ແລະ ງານລ້ຽງກາລາດິນເນີ່
  • ການຊ່ວຍເຫຼືອດ້ານການສື່ສານ ແລະ ການສ້າງແບນສິນຄ້າ (Branding)
  • ການວາງແຜນ ແລະ ການປະສານງານຈັດງານ
  • ກິດຈະກຳສ້າງສາຍພົວພັນ ແລະ ການມີສ່ວນຮ່ວມ ຂອງ ບັນດາພາກສ່ວນກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນ, ແລະ
  • ການບໍລິຫານຈັດການງານ ຕົວຈິງຢູ່ສະຖານທີ່

ຜູ້ທີ່ສົນໃຈເຂົ້າຮ່ວມປະມູນ ຂໍເຊີນຍື່ນບົດສະເໜີໂຄງການ ໃຫ້ສອດຄ່ອງກັບ ຂໍ້ກຳນົດເງື່ອນໄຂການປະມູນ ທີ່ວາງອອກໂດຍ ຫ້ອງການປະສານງານ ໝູ່ບ້ານຊ່ວຍເຫຼືອເດັກນ້ອຍ SOS ປະຈຳ ສປປ ລາວ, ນະຄອນຫຼວງວຽງຈັນ. ສະເພາະຜູ້ສະເໜີລາຄາ ທີ່ຜ່ານການຄັດເລືອກໃນເບື້ອງຕົ້ນ (Shortlisted) ເທົ່ານັ້ນ ທີ່ຈະໄດ້ຮັບການຕິດຕໍ່ກັບ

ໝູ່ບ້ານຊ່ວຍເຫຼືອເດັກນ້ອຍ SOS ຂໍສະຫງວນສິດ ໃນການຕອບຮັບ ຫຼື ປະຕິເສດ ບົດສະເໜີໃດໜຶ່ງ ຫຼື ທັງໝົດ ໂດຍບໍ່ມີພັນທະໃນການຊີ້ແຈງເຫດຜົນ.

ກະລຸນາຍື່ນເອກະສານພາຍໃນວັນທີ: 29 ກັນຍາ 2025

ສະຖານທີ່: ຫ້ອງການປະສານງານ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ
ຮ່ອມ2, ບ້ານ ສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ລາວ, ຕູ້ໄປສະນີ: 3503
ໂທ:  +856-21-710544 | ວອດແອັບ: +856-20-54183716