Booth exhibition at ITEC

ວັນທີ 7-8 ແລະ 14-15 ກຸມພາ 2026

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ໄດ້ຕັ້ງບູ໊ດໃນການລະດົມທຶນ ໂດຍສູນການຄ້າລາວໄອເຕັກເປັນຜູ້ຕອບສະໜອງດ້ານສະຖານທີ່ເຊິ່ງເປັນອີກກິດຈະກຳໜຶ່ງໃນການລະດົມທຶນເພື່ອສົມທົບເຂົ້າໃນການຊ່ວຍເຫຼືອ ແລະ ລ້ຽງດູເດັກນ້ອຍກຳພ້າ ທີ່ຢູ່ໃນບ້ານ ເອັສໂອເອັສ ລາວ; ໃນການຕັ້ງບູ໊ດຄັ້ງນີ້ໄດ້ມີໄວໜຸ່ມທີ່ມີຈິດໃຈເປັນອາສາສະໝັກປະກອບສ່ວນຊ່ວຍຈັດງານກິດຈະກຳ ແລະ ປະຈຳຢູ່ບູ໊ດລະດົມທຶນດ້ວຍ.

ມາຮ່ວມເປັນສ່ວນໜຶ່ງໃນການມອບຄວາມຮັກ, ຄອບຄົວ, ແລະ ອະນາຄົດທີ່ນ້ອງໆເພີ່ງພາຕົນເອງໄດ້ ທີ່ບູ໊ດ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ຢູ່ໄອເຕັກຊັ້ນ 4 ພ້ອມທັກທາຍແລກປ່ຽນຮອຍຍິ້ມ ແລະ ຮ່ວມບໍລິຈາກເພື່ອສະໜັບສະໜູນການສຶກສາ, ການລ້ຽງດູ ແລະ ພັດທະນາຄຸນະພາບຂອງຊີວິດເດັກໆ 💙💙

🫶 ຂອບໃຈທຸກການບໍລິຈາກ ແລະ ແບ່ງປັນ 🫶