ກ່ຽວກັບພວກເຮົາ

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ (SOS Children’s Villages Laos)  ແມ່ນ ອົງການພັດທະນາທີ່ບໍ່ຫວັງຜົນກໍາໄລ,  ເປັນບ່ອນໃຫ້ການເບີ່ງແຍງລ້ຽງດູ ຊ່ວຍເຫຼືອເດັກກຳພ້າກໍາພອຍ, ເດັກທີ່ຖືກປະຖິ້ມ ແລະ ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ມີຄວາມສ່ຽງທີ່ຈະຖືກປະລະ ໂດຍຜ່ານໂຄງການຊ່ວຍບ້ານເຫຼືອເດັກນ້ອຍ ເອັສໂອເອັສ ລາວ.

ພວກເຮົາຊ່ວຍເດັກນ້ອຍໃນ ສປປ ລາວ ຜູ້ທີ່ຂາດການດູແລຈາກພໍ່ແມ່ ແລະ ມີຄວາມສ່ຽງທີ່ຈະສູນເສຍການເບີ່ງແຍງຈາກຜູ້ປົກຄອງໂດຍສະໜອງການດູແລແບບທາງເລືອກທີ່ເນັ້ນຄຸນນະພາບໃນຄອບຄົວ ເອັສໂອເອັສ  ຫຼື ຄອບຄົວທົດແທນທີ່ມີສະພາບແວດລ້ອມຄືກັບຄອບຄົວ ເພາະ​ພວກ​ເຮົາ​ເຊື່ອ​ວ່າ​ເດັກ​ທຸກ​ຄົນ​ເປັນສ່ວນໜື່ງຂອງ​ຄອບ​ຄົວ ​ແລະ ຄວນ​ເຕີບ​ໃຫ່ຍ​ໃນຄອບຄົວທີ່ມີ​ຄວາມ​ຮັກແພງ, ຄວາມ​ເຄົາ​ລົບ ​ແລະ​ ຄວາມ​ປອດ​ໄພ. 

ພວກເຮົາສົ່ງເສີມໃຫ້ເດັກມີການພັດທະນາທັກສະ, ພອນສະຫັວນ ບົນພື້ນຖານຄວາມສົນໃຈຂອງເຂົາ. ປູກຝັງໃຫ້ເດັກມີວີຖີຊີວິດໃນຄອບຄົວທີ່​​ອົບອຸ່ນ, ມີຄວາມສາມັກຄີ ​ແລະ ​ຊ່ວຍເຫຼືອເຊີ່ງກັນພາຍໃນຄອບຄົວ​. ສ້າງ ແລະ ພັດທະນາເດັກໃຫ້ມີອະ​ນາ​ຄົດ​, ເພີ່ງພາຕົນເອງ, ມີອາຊີບ ແລະ ປະກອບສ່ວນເຂົ້າໃນ​ສັງ​ຄົມ.

ໃນປະເທດລາວ, ພວກເຮົາໄດ້ເຮັດວຽກຕັ້ງແຕ່ປີ 1993 ພາຍໃຕ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ພວກເຮົາມີບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຢູ່ 6 ແຫ່ງໃນທົ່ວປະເທດ ໄດ້ແກ່: ນະຄອນຫຼວງວຽງຈັນ, ປາກເຊ, ຊຽງຂວາງ, ຫຼວງພະບາງ, ຊຳເໜືອ ແລະ ສະຫວັນນະເຂດ. ນອກຈາກນີ້, ພວກເຮົາຍັງມີໂຮງຮຽນ, ບ້ານເຍົາວະຊົນຊາຍ ແລະ ບ້ານເຍົາວະຊົນຍິງ.

ວິໄສທັດ Vision

ເດັກທຸກຄົນຢູ່ໃນຄອບຄົວ ແລະ ເຕີບໃຫ່ຍດ້ວຍຄວາມຮັກ, ຄວາມເຄົາລົບ ແລະ ປອດໄພ

ພາລະກິດ Missions

ເຮົາສ້າງຄອບຄົວໃຫ້ເດັກທີ່ຕ້ອງການຄວາມຊ່ວຍເຫຼືອ, ເຮົາຊ່ວຍພວກເຂົາກໍານົດອະນາຄົດຂອງຕົນເອງ ແລະ ມີສ່ວນຮ່ວມໃນການພັດທະນາຊຸມຊົນຂອງເຂົາ

ຄະນະກຳມະການຄຸ້ມຄອງ ເອັສໂອເອັສ ແຫ່ງຊາດລາວ

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ມີ ຄະນະກຳມະການຄຸ້ມຄອງ ເອັສໂອເອັສ ແຫ່ງຊາດລາວ ຫຼື Lao National SOS Management Committee (LNSMC) ເຊິ່ງປະກອບດ້ວຍຜູ້ຕາງໜ້າຈາກ:

  • ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
  • ກະຊວງສຶກສາທິການ ແລະ ກິລາ
  • ກະຊວງການຕ່າງປະເທດ
  • ກະຊວງແຜນການ ແລະ ການລົງທືນ
  • ກະຊວງການເງີນ
  • ກະຊວງສາທາລະນະສຸກ
  • ພະແນກສະຫວັດດີການສັງຄົມເປັນກອງເລຂາຂອງ ຄະນະກຳມະການຄຸ້ມຄອງ ເອັສໂອເອັສ ແຫ່ງຊາດລາວ (LNSMC)
  • ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ແລະ ເປັນປະທານ ກິດຕິມະສັກຂອງບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ
  • ທ່ານ  ສິນນະສອນ ນະດອນໄຮ່ ຜູ້ອໍານວຍການບ້ານຊ່ວຍເຫຼຶອເດັກນ້ອຍ ເອັສໂອເອັສ ລາວ

ຫຼັກການຂອງພວກເຮົາ

ເດັກນ້ອຍ

ເດັກນ້ອຍທຸກຄົນລ້ວນແຕ່ມີເອກະລັກ ແລະ ໄດ້​ຮັບ​ການເຄົາລົບນັບ​ຖື

ພວກເຮົາຮັບຮູ້ເຖິງຄວາມສາມາດຂອງເດັກ, ນຳພາ ແລະ ຊ່ວຍໃຫ້ພວກເຂົາກ້າວໄປສູ່ການດຳ​ລົງຊີວິດແບບເພິ່ງພາຕົນເອງໄດ້ ແລະ ເປັນພົນລະເມືອງທີ່ດີ ປະກອບສ່ວນເຂົ້າໃນສັງຄົມຂອງພວກເຮົາ

ຜູ້ລ້ຽງດູ

ເດັກນ້ອຍທຸກຄົນຕ້ອງການການລ້ຽງດູ ແລະ ຜູ້ລ້ຽງດູທີ່ໝັ້ນຄົງ

ພວກເຮົາຮັບປະກັນໃຫ້ເດັກນ້ອຍໄດ້​ຮັບ ແລະ ມີ​ຄວາມ​ສຳ​ພັນ​ທີ່​ເດັກສາ​ມາດ​ໄວ້​ເນື້ອ​ເຊື່ອ​ໃຈໄດ້ກັບຜູ້ລ້ຽງດູບົນພື້ນຖານຄວາມຮັກ, ຄວາມເຄົາລົບ ແລະ ຄວາມປອດໄພ

ຄອບຄົວ

ເດັກນ້ອຍທຸກຄົນເຕີບໃຫຍ່ໃນສະພາບແວດລ້ອມທີ່ມີການສົ່ງເສີມຈາກຄອບຄົວ

ພວກເຮົາສົ່ງເສີມໃຫ້ຄອບຄົວໃຫ້ຢູ່ຮ່ວມກັນ. ຖ້າເດັກນ້ອຍບໍ່ສາມາດເຕີບໃຫຍ່ໃນຄອບຄົວ​ເດີມຂອງເຂົາ, ພວກເຮົາສົ່ງເສີມພວກເຂົາສ້າງຄວາມຜູກພັນອັນຍາວນານໃນສະພາບແວດລ້ອມຂອງຄອບຄົວທາງເລືອກ. ພ້ອມດຽວກັນນັ້ນ ຕ້ອງຮັບປະກັນໃຫ້ອ້າຍ-ເອື້ອຍ-ນ້ອງຄີງຂອງພວກເຂົາອາໃສຢູ່ນຳກັນ

ຊຸມຊົນ

ເດັກນ້ອຍທຸກຄົນເປັນສ່ວນໜຶ່ງຂອງຊຸມຊົນທີ່ມີປອດໄພ ແລະ ສົ່ງເສີມເຊິ່ງ​ກັນ​ແລະ​ກັນ

ພວກເຮົາຊ່ວຍເຫຼືອຄອບຄົວໃຫ້ສາມາດພົວພັນກັບຊຸມຊົນຂອງພວກເຂົາ, ແບ່ງປັນປະສົບການ, ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ເຮັດວຽກຮ່ວມກັນເພື່ອສ້າງສະພາບແວດລ້ອມທີ່ດີໃຫ້ກັບເດັກນ້ອຍ ແລະ ຊາວໜຸ່ມເພື່ອໃຫ້ມີການພັດທະນາ

ປະຫວັດຄວາມເປັນມາ

ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ແຫ່ງທຳອິດຂື້ນປີ 1949 ຢູ່ເມືອງ ອີມຊ໌, ປະເທດອ໋ອດສເຕັຍ…