
ວັນທີ 27 ກໍລະກົດ 2025
ບໍລິສັດລາວຟອດ ຮ່ວມກັບ ສະຫະພັນລົດຖີບແຫ່ງຊາດລາວໄດ້ຈັດກິດຈະກຳປັ່ນລົດຖີບເພື່ອການກຸສົນຄັ້ງທີ່ 1 ທີ່ນະຄອນຫຼວງວຽງຈັນ. ກິດຈະກໍາ “ປັ່ນປັນຮັກ Bike for Care”ໄດ້ເລີ່ມໃນຕອນເຊົ້າຂອງວັນທີ ວັນທີ 27 ກໍລະກົດ 2025ເວລາ 6 ໂມງເຊົ້າ.ນັກກິລາປັນລົດຖີບແຂ່ງຂັນກັນໃນໄລຍະທາງ 16 ກິໂລແມັດ, ສຳລັບຄົນທີ່ເຂົ້າເສັ້ນໄຊກ່ອນ 15 ຄົນທຳອິດແມ່ນຈະໄດ້ຮັບຫຼຽນໄຊຊະນະພ້ອມດ້ວຍເສື້ອ ແລະ ຄູປອງອາຫານໃນງານ. ຫລັງສີ້ນສຸດກິດຈະກໍາ.
ໃນວັນທີ 1ສີງຫາ 2025ທ່ານ Biju Narayanan, ຜູ້ອໍານວຍການ ພ້ອມດ້ວຍສະມາຊິກຂອງລາວຟອດ ໄດ້ເຂົ້າມາຢ້ຽມຢາມບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ພ້ອມດ້ວຍການມອບເງິນສົມທົບທຶນເຂົ້າໃນການລ້ຽງດູທີ່ໄດ້ຮັບຈາກກິດຈະກຳ “ປັ່ນປັນຮັກ Bike for Care”, ເຄືອງບໍລິໂກ ແລະ ອຸປະກອນກິລາໃຫ້ກັບໂຄງການບ້ານຊ່ວຍເຫືຼອເດັກນ້ອຍເອັສໂອເອັສລາວ ເປັນຈໍານວນ 50,000,000ກີບການຢ້ຽມຢາມຄັ້ງນີ້ ໄດ້ໃຫ້ການຕ້ອນຮັບນໍາໂດຍ ທ່ານ ສິນນະສອນ ນາດອນໄຮ່, ຜູ້ອໍານວຍການໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ພ້ອມທັງທີມງານໂຄງການ. ການຢ້ຽມຢາມດັ່ງກ່າວ, ທາງຄະນໍາໄດ້ນໍາພາຂື້ນຢ້ຽມຢາມຄອບຄົວເພື່ອເບີ່ງເຫັນການລ້ຽງດູເດັກພາຍໄຕ້ໂຄງການ ແລະ ການເປັນຢູ່ຂອງນ້ອງໆທີ່ໄດ້ເຕີບໂຕຈາກບ້ານຊ່ວຍເຫຼືອເດັກ ຫລື ໃນຄອບຄົວເອັສໂອເອັສເເັນແນວໃດ, ໂອລົມກັບຜູ້ລ້ຽງດູ ແລະ ນ້ອງໆຢ່າງເປັນກັນເອງ ແລະ ມ່ວນຊື່ນ. ນອກນັ້ນທາງຄະນະທັງສອງຝ່າຍຍັງໄດ້ໂອ້ລົມ ແລະ ແລກປ່ຽນແນວຄວາມຄິິດເພື່ອສະໜັບສະໜູນເຜີຍແຜ່ວຽກງານໂຄງການໃຫ້ຫລາຍພາກສ່ວນໃນສັງຄົມໄດ້ມີສ່ວນຮ່ວມໃນວຽກງານການລ້ຽງດູຫຼາຍຂື້ນ.








ສຸດທ້າຍນີ້ ຂໍຂອບໃຈ Lao Ford City Vientiane ທີ່ເປັນຜູ້ສະໜັບສະໜູນຫຼັກ ຮ່ວມກັບ Lao Cycling Federation ສະຫະພັນລົດຖີບແຫ່ງຊາດລາວ ໄດ້ຈັດກິດຈະກຳ ປັ່ນເພື່ອນ້ອງໆ “ປັ່ນປັນຮັກ Bike for Care” ເພື່ອສົມທົບທຶນເຂົ້າໃນການລ້ຽງດູໃຫ້ແກ່ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ.


