ງານລ້ຽງການກຸສົນ 𝐓𝐡𝐞 𝐂𝐡𝐚𝐫𝐢𝐭𝐲 𝐅𝐮𝐧𝐝𝐫𝐚𝐢𝐬𝐢𝐧𝐠 𝐄𝐯𝐞𝐧𝐭

🎉📢 ຂໍເຊີນເຂົ້າຮ່ວມ ງານລ້ຽງການກຸສົນເພື່ອລະດົມທຶນ (𝐓𝐡𝐞 𝐂𝐡𝐚𝐫𝐢𝐭𝐲 𝐅𝐮𝐧𝐝𝐫𝐚𝐢𝐬𝐢𝐧𝐠 𝐄𝐯𝐞𝐧𝐭) ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ຮ່ວມກັບກະຊວງແຮງງານ ແລະ ສະຫັວດດີການສັງຄົມ ຈັດງານການກຸສົນເພື່ອ

ລະດົມທຶນເຂົ້າໃນການລ້ຽງດູເດັກນ້ອຍດ້ອຍໂອກາດຂອງບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ລາວ 📢📣

ລາຍລະອຽດງານ:

🗓 ວັນທີ 20 ພຶດສະພາ 2026 (ວັນພຸດ)

🕔 ເວລາ: 17:00 – 19:00

📍 ສະຖານທີ: ສູນວາງສະແດງສິນຄ້າ ລາວ-ໄອເຕັກ, ຫ້ອງມະຫາໂຊກ ຊັ້ນສອງ

ຈຸດເດັ່ນຂອງກິດຈະກຳປະກອບມີ:

  • 🔹ການສົນທະນາກັບຜູ້ດູແລ (ແມ່ SOS) ແລະ ໄວຫນຸ່ມທີ່ເຕີບໂຕຈາກບ້ານເດັກ
  • 🔹 ການສະແດງຂອງເດັກນ້ອຍ
  • 🔹 ການປະມູນເພື່ອການກຸສົນ
  • 🔹 ພິທີມອບໃບຂອບໃຈໃຫ້ຜູ້ສະໜັບສະໜູນ
  • 🔹 ຊົມເຄື່ອງວາງສະແດງ: “ເມັດພັນສູ່ສັງຄົມ – ປູກມື້ນີ້ງອກງາມງາມທົ່ວປະເທດ”

ໂອກາດໃນການເປັນຜູ້ສະໜັບສະໜູນໂດຍມີແພັກເກດຕັ້ງແຕ່ 330 ໂດລາສະຫະລັດ ຫາ 3,000 ໂດລາສະຫະລັດ, ເຊິ່ງຈະຊ່ວຍເພີ່ມການເຫັນແບຣນຂອງທ່ານ ພ້ອມກັບການຮ່ວມສ້າງຄວາມໝາຍທີ່ດີຕໍ່ສັງຄົມ. ເງິນທຶນທັງໝົດທີ່ລະດົມໄດ້ ຈະນຳໄປສະໜັບສະໜູນໂຄງການທີ່ຊ່ວຍໃນການລ້ຽງດູ, ການສຶກສາ, ສຸຂະພາບຂອງເດັກນ້ອຍ ລວມເຖິງກິດຈະກຳພັດທະນາການຮຽນຮູ້ຕ່າງໆຂອງເດັກນ້ອຍໃຫ້ມີຄຸນະພາບຊີວິດທີ່ດີຂື້ນ.

📞 ສຳລັບຂໍ້ມູນເພີ່ມເຕີມ ຫຼື ການສະໜັບສະໜູນກິດຈະກຳ, ກະລຸນາຕິດຕໍ່:

ນາງ ວິໄລຄອນ ແກ້ວບຸນທັນ: 020 5562 2477

ນາງ ພອນສະຫວັນ ສີວິໄລ: 020 5547 1224