ເປັນຫຍັງຈຶ່ງຕ້ອງຮ່ວມມືກັບ
ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ

ມີໂປແກມການເບິ່ງແຍງລ້ຽງດູເດັກທີ່ເປັນເອກະລັກຄື ເດັກໆຈະເຕີບໃຫຍ່ເປັນສ່ວນໜຶ່ງຂອງຄອບຄົວທົດແທນ, ເດັກຈະໄດ້ຮັບຄວາມຮັກ, ຄວາມອົບອຸ່ນຈາກແມ່ເອັສໂອເອັສ, ເຕີບໃຫຍ່ຂຶ້ນໃນຄວາມສຳພັນຂອງອ້າຍເອື້ອຍນ້ອງໃນຄອບຄົວ ແລະ ຢູ່ຮ່ວມກັນໃນຊຸມຊົນ. ເດັກໄດ້ຮັບການສະໜັບສະໜູນດູແລ, ການສຶກສາ, ທັກສະ ຕາມຄວາມສາມາດ ຈົນກວ່າຈະປະກອບອາຊີບ ແລະ ເພິ່ງພາຕົນເອງໄດ້.

ເຮົາເປັນສະມາຊິກໜຶ່ງໃນ 137 ປະເທດທົ່ວໂລກ ທີ່ໄດ້ນຳຮູບແບບການເບິ່ງແຍງເດັກມາຈາກ ໂຄງການ ເອັສໂອເອັສ ສາກົນ (SOS Children’s Villages International). ແຕ່ບຸກຄະລາກອນ ແລະ ຮູບແບບການດຳເນີນງານ ໄດ້ຖຶກປັບໃຊ້ໃຫ້ເຂົ້າກັບສັງຄົມລາວ.

ເຮົາເຮັດວຽກພາຍໃຕ້ ເປົ້າໝາຍການພັດທະນາທີ່ຍືນຍົງ ຕາມນະໂຍບາຍຂອງອົງການສະຫະປະຊາຊາດ

ສະໜັບສະໜູນການລ້ຽງດູເດັກເອັສໂອເອັສ ເປັນຈຳນວນເງິນຕາມໃຈສັດທາ ໂດຍເງິນບໍລິຈາກຂອງທ່ານຈະນຳໄປໃຊ້ເປັນຄ່າໃຊ້ຈ່າຍທັງໝົດໃນຊີວິດຂອງເດັກໆໃນໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ທົ່ວປະເທດລາວ ເຊັ່ນ: ອາຫານ, ເສື້ອຜ້າ, ສຸຂະພາບ ແລະ ການສຶກສາ.

ສະໜັບສະໜູນຜ່ານການເຮັດກິດຈະກຳເພື່ອສັງຄົມ ໂດຍສ້າງຈຸດເດັ່ນຂອງກິດຈກຳ ແລະ ຮ່ວມກັບລູກຄ້າຂອງທ່ານໃນກິດຈະກຳທາງອອນລາຍ ແລະ ອອບລາຍ ເພື່ອປະຊາສຳພັນ ແລະ ລະດົມທຶນໃຫ້ແກ່ໂຄງການ.

ການມີສ່ວນຮ່ວມໃນການບໍລິຈາກໃນໄລຍະຍາວ ເຊັ່ນ: ບໍລິຈາກທຸກໆເດືອນ ຫຼື ທຸກໆປີ.

ສະໜັບສະໜູນກິດຈະກຳລະດົມທຶນຕ່າງໆເຊັ່ນ: ງານຍ່າງ, ງານຄອນເສີດ, ງານປະມູນຮູບພາບ ຫຼື ສິ່ງຂອງ ເພື່ອການກຸສົນ ລະດົມທຶນໃຫ້ແກ່ໂຄງການ.

ຈຳໜ່າຍຜະລິດຕະພັນ ຫຼື ແບ່ງລາຍໄດ້ສ່ວນໜຶ່ງຈາກການຈຳໜ່າຍຜະລິດຕະພັນ ເພື່ອມອບໃຫ້ແກ່ໂຄງການ.

ສະໜັບສະໜູນພື້ນທີ່ໃນການຕັ້ງກ່ອງບໍລິຈາກ.
ຄູ່ຮ່ວມງານຂອງເຮົາ
ພວກເຮົາຮ່ວມກັນສ້າງອະນາຄົດທີ່ສົດໃສໃຫ້ແກ່ເດັກນ້ອຍທີ່ດ້ອຍໂອກາດ






