Miss Vanphern Phinthonglien, Profession:Level 1 Specialist in Surgery
Vanphern Phinthonglien
ວັນເພີນ ເປັນໜຶ່ງໄວໜຸ່ມຍິງ ທີ່ອອກຈາກການລ້ຽງດູຂອງໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ແລະ ເປັນຜູ້ໜື່ງທີ່ປະສົບຜົນສໍາເລັດ ທັງໃນຊີວິດ ແລະ ການງານຂອງລາວ. ຫຼັງຈາກສູນເສຍພໍ່ແມ່ທີ່ຈາກໄປດ້ວຍພະຍາດປະຈໍາຕົວ, ວັນເພີນ ແລະ ອ້າຍໜຶ່ງຄົນຍ້າຍໄປຢູ່ນໍາລຸງຂອງລາວ, ແຕ່ຍ້ອນຄວາມຍາກຈົນ ບວກກັບສະມາຊິກຄອບຄົວຂອງລຸງເອງກໍມີລູກຫຼາຍຄົນ, ລຸງຂອງວັນເພີນຈື່ງຕັດສິນໃຈຊອກຫາຄວາມຊ່ວຍເຫຼືອຈາກອໍານາດການປົກຄອງຂັ້ນບ້ານ ແລະ ພະແນກສັງຄົມສົງເຄາະຂັ້ນເມືອງ ເພື່ອພິຈາລານາ ແລະ ຂໍການຊ່ວຍເຫຼືອໃຫ້ເດັກນ້ອຍສອງຄົນເຂົ້າໝູ່ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຊຽງຂວາງ. ລາວ ແລະ ອ້າຍໄດ້ເຂົ້າມຢູ່ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຊຽງຂວາງ ໃນຂະນະທີ່ລາວມີອາຍຸ 6 ປີ ແລະ ອ້າຍມີອາຍຸ 8 ປີ.

ຊ່ວງເວລາທີ່ຢູ່ກັບຄອບຄົວ ເອັສໂອເອັສ, ວັນເພີນເປັນຄົນເຂົ້າຄົນງ່າຍ, ດຸໝັ່ນ ແລະ ອົດທົນ. ລາວມັກຮຽນ ແລະ ຊ່ວຍເຫຼືອວຽກເຮືອນຮ່ວມກັບອ້າຍເອື້ອຍນ້ອງໃນຄອບຄົວ. ຍ້ອນຄວາມດຸໜັ່ນ ແລະ ເອົາໃຈໃສ່ໃນການຮຽນ, ວັນເພີນໄດ້ສໍາເລັດການສຶກສາໃນຊັ້ນປະຖົມ, ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ດ້ວຍຄະແນນສູງ. ຫຼັງຈາກຈົບການສຶກສາຈາກມັດທະຍົມຕອນປາຍ ລາວສືບຕໍ່ການສຶກສາໂດຍສະໝັກເຂົ້າຮຽນໂຮງຮຽນແພດສາດ ທີ່ມະຫາວິທະຍາໄລສຸຂະພາບ ນະຄອນຫຼວງວຽງຈັນ, ການຮຽນແພດເຊີ່ງເປັນຂະແໜງ ຫລື ວິຊາໜື່ງຂອງ ວັນເພີນ ທີ່ໄຝ່ຝັນ ແລະ ຕ້ອງການຢາກເປັນໝໍ. ຫຼັງຈາກຜົນສະໝັກການສອບເສັງເຂົ້າໂຮຽຮຽນແພດຖືກອອກປະກາດ, ລາວໄດ້ຜ່ານ ແລະ ໄດ້ເຂົ້າຮຽນຕາມທີ່ໃຈຫວັງ. ໃນໄລຍະເປັນນັກສຶກສາ, ວັນເພີນເປັນນັກຮຽນດີ ແລະ ເອົາໃສ່ໃນການຮຽນ ຊ່ວງໄລຍະພັກແລ້ງລາວໄດ້ຊອກຮຽນວິຊາທາງດ້ານຕັດຫຍິບເພື່ອເປັນວິຊາເສີມ ແລະ ບວກກັບໃຈມັກທາງດ້ານນີ້. ປີ 2018, ລາວຈົບການສຶກສາປະລິນຍາຕີ ສາຂາ ວິຊາແພດທົ່ວໄປ ໃນເວລາ 6 ປີ ແລະ ກໍໄດ້ເຮັດວຽກກັບຄຣີນິກເອກະຊົນແຫ່ງໜື່ງໃນເວລາຕໍ່ມາ. ຫຼັງຈາກມີວຽກປະຈໍາ ລາວກໍໄດ້ແຕ່ງງານ ແລະ ສ້າງຄອບຄົວຂອງລາວ. ໃນປີ 2020 – 2022 ລາວໄດ້ຮັບທຶນການສຶກສາຈາກລັດຖະບານສືບຕໍ່ຮຽນປະລິນຍາໂທ 2 ປີ ພາຍໃນປະເທດ ຢູ່ມະຫາວິທະຍາໄລສຸຂະພາບ, ຄະນະແພດທົ່ວໄປ, ສາຂາ ວິຊາ in surgery. While studying, combined with the COVID-19 pandemic situation at that time, Vanphern was like a frontline fighter working in the response to COVID-19 alongside her studies. There were many problems and challenges she encountered, but she never gave up on those problems. She was grateful for all the help she received from the government and SOS Children's Villages Laos that made her life and dreams come true, as she said: "If there had been no SOS Children's Village to help and care for me back then, I never would have thought I could survive and receive such high education as today." Currently, she works in her beloved profession at an international medical diagnostic center in Vientiane.

This is one story among many of disadvantaged children who received help from SOS Children's Villages Laos project. There are more than 1,000 children who lack parental care and are growing up in SOS Children's Villages Laos, and they are waiting for help from you.

